ມອບຫຼຽນກາມິດຕະພາບໃຫ້ອະດີດຫົວໜ້າຜູ້ຕາງໜ້າຂອງອົງການຈັດຕັ້ງWVIປະຈຳຫວຽດນາມ

ມອບຫຼຽນກາມິດຕະພາບໃຫ້ອະດີດຫົວໜ້າຜູ້ຕາງໜ້າຂອງອົງການຈັດຕັ້ງWVIປະຈຳຫວຽດນາມ - ảnh 1
ພິທີ​ມອບ​ຫຼຽນ​ກາ​ມິດຕະພາບ​ຂອງ​ປະທານ​ປະ​ເທດ
 ຫວຽດນາມ ໃຫ້​ທ່ານ Edward Danielraj Selvanayagam
(ພາບ: TTXVN)

(vovworld) – ​ ວັນ​ທີ 23/9, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ກາ​ມິດຕະພາບ​ຂອງ​ປະທານ​ປະ​ເທດ​ ຫວຽດນາມ ໃຫ້​ທ່ານ Edward Danielraj Selvanayagam, ອະດີດ​ຫົວໜ້າຜູ້​ຕາງໜ້າ​ຂອງ​ອົງການ​ຈັດ​ຕັ້ງ World Vision International (WVI) ປະຈຳ ຫວຽດນາມ. ລາງວັນ​ນີ້ ​ເພື່ອ​ແນ​ໃສ່​ຮອງ​ຮັບ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ Edward Danielraj Selvanayagam ​ເຂົ້າ​ໃນພາລະກິດ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ ຫວຽດນາມ, ​ໂດຍ​ຜ່ານ​ການ​ປະຕິບັດ​ບັນດາ​ແຜນ, ​ໂຄງການຊ່ວຍ​ການ​ປົວ​ແປງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ເດັກ ​ແລະ ປະຊາ​ຄົມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Edward Danielraj Selvanayagam ສະ​ແດງ​ຄວາມ​ພາກ​ພູນ​ໃຈ​ເມື່ອ​ໄດ້​ຮັບ​ລາງວັນ​ສູງ​ສົ່ງ​ຂອງ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ; ຢືນຢັນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ, WVI, ບັນດາ​ອົງການ​ຈັດ​ຕັ້ງ​ມະນຸດສະທຳ​ສາກົນ ​ແລະ ບັນດາ​ນັກ​ອຸປະຖຳ​ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ສືບ​ຕໍ່ປະກອບສ່ວນ​​ເຂົ້າ​ໃນການ​​ຊ່ວຍ​ເຫຼືອ​ໃຫ້​ເດັກ​​ທີ່​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​​ເປັນ​ພິ​ເສດ ​ແລະ ປະຊາ​ຄົມ​ຫລາຍ​ກ່ວາ​ອີກ.

        ​


ຂ່າວ/ບົດ​ອື່ນ