ມອບຫຼຽນໄຊມິດຕະພາບໃຫ້ທ່ານBobRoberts,ປະທານອົງການGlocalVentures(GVI)

ມອບຫຼຽນໄຊມິດຕະພາບໃຫ້ທ່ານBobRoberts,ປະທານອົງການGlocalVentures(GVI) - ảnh 1
ທ່ານ ປະທານ​ສະຫະພັນ​ບັນດາ​ອົງການ
​ມິດຕະພາບ​ຫວຽດນາມ ວູຊວນ​ຮົ່ງ
(ພາບ: TTXVN)

(Vovworld)- ​ວັນ​ທີ 21/12 ຢູ່​ຮ່າ​ໂນ້ຍ,​ ​ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຂອງ​ປະທານ​ປະ​ເທດຫວຽດນາມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປະດັບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້ ທ່ານ Bob Roberts ປະທານ​ອົງການ Glocal Ventures, Inc. (GVI). ​ໃນ​ພິທີ​ດັ່ງກ່າວ, ທ່ານ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ວູຊວນ​ຮົ່ງ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ລາງວັນອັນ​ສູງ​ສົ່ງຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ ທ່ານ Bob Roberts ສຳລັບ​ການ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ການ​ພັດທະນາ ກໍ່​ຄື ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ ລະຫວ່າງ​ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ນັບ​ແຕ່​ເມື່ອ​ມາ​ຢ້ຽມຢາມຫວຽດນາມ​ຄັ້ງ​ທຳ​ອິດ​ ໃນ​ເດືອນ 3/1995, ທ່ານ Bob Roberts ​ໄດ້​ປະກອບ​ເງິນ​ກວ່າ 3,5 ລ້ານ USD ​ເພື່ອ​ຊ່ວຍ​ເຫຼືອ​​ປະຊາຊົນຜູ້ທຸກ​ຍາກ ຢູ່​ຫວຽດນາມ ​ ຜ່ານ​ບັນດາ​ໂຄງການ​ ໂດຍ GVI ປະຕິບັດ.

    ​​ເພື່ອເປັນ​ກຽດ​ກ່າວ​ຄຳ​ເຫັນ​ສະ​ແດງ​ຄວາມ​ພາກພູມ​ໃຈ ​ເມື່ອ​ໄດ້​ຮັບລາງວັນອັນ​ສູງ​ສົ່ງຂອງ​ຫວຽດນາມ​ນີ້, ທ່ານ Bob Roberts ​​ແບ່ງປັນ​ບັນດາ​ນ້ຳ​ໃຈ​ອັນ​ດີງາມ​ຂອງ​ຕົນ​ ທີ່​ມີ​ຕໍ່ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ນັບ​ແຕ່​ເມື່ອ​​ໄດ້ມາ​ຢ້ຽມຢາມຫວຽດນາມ​ຄັ້ງ​ທຳ​ອິດ​ໃນ​ປີ 1995. ນັບ​ແຕ່​ເວລາ​ນັ້ນ​ຈົນ​ມາ​ຮອດ​ປະຈຸ​ບັນ, ທ່ານ ​ແລະ ຄອບຄົວ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ເພື່ອຮັດ​ແໜ້ນ​ນ້ຳໃຈ​ມິດຕະພາບ ລະຫວ່າງ ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ