ມອບຫຼຽນໄຊມິດຕະພາບໃຫ້ອະດີດຫົວໜ້າຫ້ອງການOIFພາກພື້ນອາຊີ-ປາຊີຟິກ

ມອບຫຼຽນໄຊມິດຕະພາບໃຫ້ອະດີດຫົວໜ້າຫ້ອງການOIFພາກພື້ນອາຊີ-ປາຊີຟິກ - ảnh 1
(ມອບຫຼຽນໄຊມິດຕະພາບໃຫ້ອະດີດຫົວໜ້າ
ຫ້ອງການOIFພາກພື້ນອາຊີ-ປາຊີຟິກ)


(vovworld) – ຕອນ​ບ່າຍ​ວັນ​ທີ 15/10, ສະຖານທູດ​ຫວຽດນາມ ປະຈຳ​ຝລັ່ງ ​ໄດ້​ຈັດ​ພິທີ​ມອບ​ຫຼຽນ​​ໄຊ​ມິດຕະພາບຂອງ​ປະທານ​ປະ​ເທດສສ.ຫວຽດນາມ ​ໃຫ້​ທ່ານ​ນາງ Anissa Barak, ອະດີດ​ຫົວໜ້າ​ຫ້ອງການພາ​ກພື້ນ​ອາຊີ​-ປາຊີ​ຟິກ ຂອງ​ອົງການ​ສາກົນ​ໃຊ້​ພາສາ​ຝລັ່ງ (OIF). ກ່າວ​ຄຳ​ເຫັນ​ທ່ີ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູ​ດວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.​ຫວຽດນາມ ປະຈຳ​ຝລັ່ງ ຫງວຽນ​ງອກ​ເຊີນ ​ໄດ້​ທົບ​ທວນ​ຄືນ​ການ​ປະກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ນາງ Anissa Barak ​ໃນ​ຫຼາຍ​ຂົງ​ເຂດກັບ​ຫວຽດນາມ ​ແລະ ພາກພື້ນອາຊີ - ປາຊີ​ຟິກ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ງອກ​ເຊີນ ​ອີກ​ເທ​ື່​ອໜຶ່ງ​ໄດ້​ຂອບ​ອົກຂອບ​ໃຈ ​ແລະ ຮັບ​ຮູ້​ຂອງ​ຫວຽດນາມ ຕໍ່​ການ​ອຸ​ທິດສ່ວນ​ຂອງ​ທ່ານ​ນາງ Anissa Barak.

      “ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ນາງ Anissa Barak ​ໃນ​ພາລະກິດ​ພາສາ​ຝລັ່ງ ຢູ່​ຫວຽດນາມ ​ແລະ ພາກພື້ນ​ແມ່ນ​ພິ​ເສດ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາງ ​ໄດ້ປະກອບສ່ວນ​ເຂົ້າ​ໃນ​ການ​ເປີດ​ກວ້າງ​ການ​ມີໜ້າ​ຂອງ​ກຸ່ມ​ໃຊ້​ພາສາ​ຝລັ່ງ ພໍ​ສົມຄວນ ​ແລະ ​ເພິ່ມທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ OIF ​ແລະ ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ”.

      ຫຼຽນ​​ໄຊ​ມິດຕະພາບ ​ແມ່ນ​ຄວາມ​ຮັບ​ຮູ້​ຂອງ​ລັດຖະບານ​ຫວຽດນາມ ຕໍ່​ບັນດາ​ການ​ອຸທິດ​ສ່ວນ​ຂອງ​ທ່ານ​ນາງ Anissa Barak ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ OIF ​ແລະ ​ຂະ​ບວນການຮຽນ​ພາສາ​ຝລັ່ງຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ