ມອບໃບປະກາດສະນິຍະບັດ ປະລິຍາເອກກິຕິມະສັກໃຫ້ລັດຖະມົນຕີ Philipp Roesler

ມອບໃບປະກາດສະນິຍະບັດ ປະລິຍາເອກກິຕິມະສັກໃຫ້ລັດຖະມົນຕີ Philipp Roesler  - ảnh 1
(ທ່ານລັດຖະມົນຕີ​ເຢຍລະ​ມັນ  Philipp Roesler)

(TTX) -     ຕອນ​ບ່າຍ​ວັນ​ທີ 17/9, ຢູ່ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ​ຫວຽ​ດນາມ ໄດ້​ຈັດ​ຕັ້ງ​ພິທີ​ມອບ​ນາມມະຍົດ​ປະລິຍາ​ເອກ​ກິ​ຕິ​ມະ​ສັກ​ໃຫ້​ທ່ານລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ສາ​ທາລະນະ​ລັດສະຫະພັນ​ເຢຍລະ​ມັນ  Philipp Roesler ຢ່າງ​ສົມ​ກຽດ. ນີ້​ແມ່ນ​ການ​ຮັບຮູ້​ຕໍ່​ການ​ປະກອບສ່ວນ​ຂອງ​ທ່ານ Philipp Roesler ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດ​ນະ​ທະ​ທຳ, ການ​ສຶກວິທະຍາສາດ ​ລະຫວ່າງ​ຫວຽ​ດນາມ ​ແລະ ​ເຢຍລະ​ມັນ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ Philipp Roesler ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ຮັບປະກາດ​ສະ​ນິຍະ​ບັດ​ປະລິຍາ​ເອກ​ກິມະ​ສັກຂອງ​ຫວຽດນາມ ​ແລະ ຫວັງ​ວ່າ ນີ້​ແມ່ນ​ບາດກ້າວ​​ເຊື່ອມ​ຕໍ່​ເພື່ອ​​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ທ່ານ Philipp Roesler ​ໄດ້​​ແບ່ງປັນ​ບັນດາ​ທັດສະນະ​ກ່ຽວ​ກັບ​ເສດຖະກິດ, ສັງຄົມ ກໍ​ຄື​ກາລະ​ໂອກາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ​ເຢຍລະ​ມັນ.

ຂ່າວ/ບົດ​ອື່ນ