ມະຕິກອງປະຊຸມລັດຖະບານກັບທ້ອງຖິ່ນແລະກອງປະຊຸມສາມັນປະຈຳເດືອນ ທັນວາ 2017

(VOVWORLD) - ລັດຖະບານຫາກໍ່ປະກາດມະຕິກອງປະຊຸມລັດຖະບານກັບທ້ອງຖິ່ນຕ່າງໆ ແລະ ກອງປະຊຸມສາມັນປະຈຳເດືອນທັນວາ 2017.
ມະຕິກອງປະຊຸມລັດຖະບານກັບທ້ອງຖິ່ນແລະກອງປະຊຸມສາມັນປະຈຳເດືອນ ທັນວາ 2017 - ảnh 1 (ພາບປະກອບອີນເຕີແນັດ)

ໃນມະຕິສະບັບນີ້, ລັດຖະບານໄດ້ເປັນເອກະພາບກັບຫົວຂໍ້ຂອງປີ 2018 ແມ່ນ “ມີລະບຽບວິໄນ, ສັດຊື່ບໍລິສຸດ, ມີການກະທຳ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”. ລັດຖະບານຮຽກຮ້ອງໃຫ້ບັນດາກະຊວງ, ສຳນັກງານ, ທ້ອງຖິ່ນຕ່າງໆສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຕັດສິນໃຈກະທຳ, ສ້າງພື້ນຖານບໍລິຫານຢ່າງມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ, ສັດຊື່ບໍລິສຸດ; ປະຕິບັດ ບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ ນັບແຕ່ຊຸມວັນຕົ້ນປີຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ, ສູ້ຊົນປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ, ສັງຄົມຢ່າງມີໄຊ ແລະ ແຜນງົບປະມານແຫ່ງລັດປີ 2018 ແລະ ໄລຍະ 5 ປີ 2016 – 2020. ລັດຖະບານຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ພິເສດແມ່ນບັນດາທ້ອງຖິ່ນສືບຕໍ່ປັບປຸງບັນດາດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ; ເພີ່ມສະມັດຕະພາບການອອກແຮງງານ, ກຳລັງແກ່ງແຍ້ງໃນແຕ່ລະຂະແໜງ, ແຕ່ລະຂົງເຂດ, ແຕ່ລະບໍລິເວນ.

ຕອບກັບ

ຂ່າວ/ບົດ​ອື່ນ