ມະຕິກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ 12 ປີ 2013

ມະຕິກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ 12 ປີ 2013 - ảnh 1
ສຸ້ຊົນສ້າງສຳເລັດບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມ ປີ 2014
(ພາບປະກອບ)


(vovworld) - ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ຫາ​ກໍ​ປະກາດ​ໃຊ້ມະຕິກ່ຽວກັບກ​ອງປະ​ຊຸ​ມລັດຖະບານສະ​ໄໝສາມັນ​ປະຈຳ​ເດືອນ 12/2013 ຂອງ​ລັດຖະບານ ຫວຽດນາມ. ມະຕິ​ຊີ້​ແຈ້ງ​ວ່າລັດຖະບາ​ນຮຽກຮ້ອງ​ໃຫ້ບັນດາ​ລັດຖະມົນຕີ, ຫົວໜ້າອົງການ​ເທົ່າ​ກັບ​ກະຊວງ, ອົງການ​ຂຶ້ນກັບ​ລັດຖະບານ, ປະທານ​ຄະນະ​ກຳມະການປະຊາຊົນ​ແຂວງ, ນະຄອນ​ຂຶ້ນກັບ​ສູນ​ກາງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາໝາກຜົນ​ທີ່​ບັນລຸ​ໄດ້, ​ແກ້​ໄຂ​ບັນດາ​ຄວາມ​ກຳຈັດ, ຍາດ​ແຍ່ງບັນດາ​ປັດ​ໃຈ​ທີ່​ສະດວກ​ສະບາຍ, ​ແກ້​ໄຂຄວາມ​ຫຍຸ້ງ​ຍາກ, ຜ່ານ​ຜ່າສິ່ງ​ທ້າ​ທາຍ, ​ເປັນ​ເຈົ້າການ, ຂ້ຽວຂາດ, ພະຍາຍາມ​ສຳ​ເລັດ​ແຜນການ​ປີ 2014, ສ້າງ​ທ່ວງທ່າ​ເພື່ອ​ໃຫ້​ສຳ​ເລັດ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ 2011 – 2015 ນັບ​ແຕ່​ຕົ້ນປີ 2014.

       ກ່ຽວກັບ​ວຽກງານບໍລິຫານຂອງ​ລັດຖະບານ, ມະຕິ​ເນັ້ນໜັກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ​ສຸມ​ໃສ່​ວຽກງານ​ສ້າງລະບອບ​ບັນຍັດ ​ແລະ ປະຕິບັດ​​ໂຄງການ​ດຳ​ເນີນງານ​. ຫ້ອງວ່າການ​ລັດຖະບານຮັບເອົາ​ຂໍ້ຄຳ​ຄິດ​ເຫັນ​ຂອງ​ສະມາຊິ​ກລັດຖະບານ ​ແລະ ຂໍ້​ຄຳຄິດ​ເຫັນ​ຢູ່​ກອງ​ປະ​ຊຸມລະຫວ່າງ​ລັດຖະບານ​ກັບ​ບັນດາ​ທ້ອງ​ຖິ່ນ, ສຳ​ເລັດ​ບົດລາຍ​ງານ​ສຳຫຼວດກວດຄືນ​ວຽກງານ​ການ​ຊີ້ນຳ,ການ​ບໍລິຫານ​ປີ 2013 ​ແລະ ​ໂຄງການ​ດຳ​ເນີນ​ງານ​ປີ 2014 ຂອງລັດຖະບານ ​ເພື່ອ​ໃຫ້​ບັນດາ​ກະຊວງ, ອົງການ, ທ້ອງ​ຖິ່ນ​ຕ່າງໆຜັນ​ຂະຫຍາຍ​ປະຕິບັດ.

        ກ່ຽວກັບ​ບັນດາໜ້າທີ່, ວິທີ​ແກ້​ໄຂ​ຊີ້ນຳ​ຕົ້ນຕໍ, ການ​ບໍລິຫານ​ປະຕິບັດ​ແຜນການ ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແຜນ​ງົບປະມານ​​ແຫ່ງລັດ​ປີ 2014, ທ່ານ​ນາຍົກ​ລັດຖະມົນຕີ​ຮຽກຮ້ອງ​ໃຫ້​ຫ້​ອງວ່າການ​ລັດຖະບານຈົ່ງ​ເປັນ​ເຈົ້າການ, ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ລົງທຶນ​ຮັບເອົາ​ຂໍ້​ຄຳຄິດ​ເຫັນຂອງ​ສະມາຊິ​ກລັດຖະບານ ​ແລະ ຂໍ້ຄຳ​ຄິດ​ເຫັນ​ຢູ່​ກອງ​ປະ​ຊຸມລະຫວ່າງ​ລັດຖະບານ​ກັບ​ບັນດາ​ທ້ອງ​ຖິ່ນ, ສ້າງ​ສຳ​ເລັດ​ຢ່າງ​ຮີບ​ດ່ວນ​ເພື່ອ​ຍຶນສະ​ເໜີຕໍ່ ນາຍົກລັດຖະມົນຕີ​​ເຊັນ​ປະກາດ​ໃຊ້​ມະຕິ​ຂອງ​ລັດຖະບານ​ກ່ຽວກັບ​ບັນດາໜ້າທີ່, ວິທີ​ແກ້​ໄຂ​ຊີ້​ນຳ​ຕົ້ນຕໍ, ບໍລິຫານປະຕິບັດ​ແຜນການພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014.

ຂ່າວ/ບົດ​ອື່ນ