ມະຕິກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

(VOVWORLD) - ສ້າງບັນດາຮ່າງກົດໝາຍອື່ນໃຫ້ສົມບູນແບບ, ຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV.

ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ຫາກໍ່ເຊັນປະກາດໃຊ້ ມະຕິກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ເຊິ່ງໄດ້ດຳເນີນໃນວັນທີ 22 ພຶດສະພາ ຫາວັນທີ 24 ມິຖຸນາ. ຕາມນັ້ນແລ້ວ, ທີ່ກອງປະຊຸມ, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ 8 ສະບັບ, ມະຕິ 17 ສະບັບ. ສະພາແຫ່ງຊາດ ກໍ່ໄດ້ປະກອບຄຳເຫັນເປັນຄັ້ງທີສອງ ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ປະກອບຄຳເຫັນຄັ້ງທຳອິດກ່ຽວກັບກົດໝາຍອື່ນ 8 ສະບັບ. ລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນ, ຄົ້ນຄ້ວາ ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ສ້າງບັນດາຮ່າງກົດໝາຍອື່ນໃຫ້ສົມບູນແບບ, ຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV.

        ສະພາແຫ່ງຊາດສະເໜີໃຫ້ລັດຖະບານ ສົມທົບກັບບັນດາອົງການກ່ຽວຂ້ອງສືບຕໍ່ຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່, ມາດຕະການໃຫ້ຄົບຊຸດ, ທັນການ, ຮອບດ້ານ… ເພື່ອແນໃສ່ຮັບປະກັນສະຖຽນລະພາບ, ປັບປຸງພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ເພີ່ມທະວີກຳລັງປັບຕົວ, ກຳລັງທົນທານຂອງພື້ນຖານເສດຖະກິດຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຈາກພາຍນອກ; ບໍລິຫານນະໂຍບາຍການເງິນໃຫ້ມີຈຸດສຸມ; ສະເໜີມາດຕະການນະໂຍບາຍເໝາະສົມກັບກົນໄກລະດັບພາສີພື້ນຖານທົ່ວໂລກ; ພາສີການປ່ອຍ ກາກບອນ, ບໍລິການນະໂຍບາຍເງິນຕາແບບເປັນເຈົ້າການ, ມີໄຫວພິບ, ມີປະສິດທິຜົນ, ສົມທົບແໜ້ນແຟ້ນກັບນະໂຍບາຍປີການເງິນ, ນະໂຍບາຍມະຫາພາກອື່ນໆ ເພື່ອປະກອບສ່ວນຄວບຄຸມໄພເງິນເຟີ້, ຮັກສາພື້ນຖານມະຫາພາກໃຫ້ສະຖຽນລະພາບ, ໜູນຊ່ວຍຟື້ນຟູເສດຖະກິດໃຫ້ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ