ມະນຸດສະທຳ ແລະ ອະໄພຍະໂທດແມ່ນນະໂຍບາຍໃຫຍ່ຂອງພັກ ແລະ ລັດຫວຽດນາມ

ມະນຸດສະທຳ ແລະ ອະໄພຍະໂທດແມ່ນນະໂຍບາຍໃຫຍ່ຂອງພັກ ແລະ ລັດຫວຽດນາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ບັນ​ຊີ​ລາຍ​ຊື່​ນັກ​ໂທດ​ເພື່ອ​ຍື​ ່ນສະ​ເໜີ​ຕໍ່​ປະ​ທານ​ປະ​ເທດ​


(vovworld)- ຕອນ​ເຊົ້າວັນ​ທີ 22/8, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ປະ​ທານ​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ​ປີ 2015 ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ບັນ​ຊີ​ລາຍ​ຊື່​ນັກ​ໂທດ​ເພື່ອ​ຍື​່ນສະ​ເໜີ​ຕໍ່​ປະ​ທານ​ປະ​ເທດ​ຕົກ​ລົງ​ອະ​ໄພ​ຍະ​ໂທດ ປ່ອຍ​ຕົວ​ກ່ອນ​ກຳ​ນົດ​ໃຫ້​ແກ່​ບັນ​ດາ​ນັກ​ໂທດ​ທີ່​ເງື່ອນ​ໄຂ​ພຽງ​ພໍ​ໃນ​ໂອ​ກາດ​ວັນ​ຊາດ​ຫວຽດ​ນາມ​ທີ 2 ກັນ​ຍາ. ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ປະ​ທານ​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ​ປີ 2015 ໄດ້​ຢືນ​ຢັນ​ວ່າ ມະ​ນຸດ​ສະ​ທຳ ແລະ ອະ​ໄພ​ຍະ​ໂທດ​ແມ່ນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ ແລະ ລັດ​ຫວຽດ​ນາມ​ໃນ​ວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ເພື່ອ​ໃຫ້​ນັກ​ໂທດ​ໄດ້​ເຊື່ອມ​ຕົວ​ເຂົ້າກັບ​ສັງ​ຄົມ​ຄືນ​ໃໝ່, ລົບ​ລ້າງ​ຄວາມ​ປົມ​ດ້ອຍຈາກ​ການ​ກະ​ທຳ​ຜິດ, ປັບ​ເນື້ອ​ປັບ​ຕົວ​ເປັນ​ຄົນ​ດີ, ມີ​ປະ​ໂຫຍດຕ່​ໍ່ສັງ​ຄົມ. ມາ​ຮອດ​ປະ​ຈຸ​ບັນ, ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ​ ໄດ້​ດຳ​ເນີນ​ການ​ພິ​ຈາ​ລະ​ນາ​ສຳ​ເນົາ​ເອ​ກະ​ສານ 18000 ສະ​ບັບ​ເພື່ອ​ສະ​ເໜີ​ໃຫ້​ອະ​ໄພ​ຍະ​ໂທດ​ໃຫ້​ນັກ​ໂທດ​ຂອງ​ບັນ​ດາ​ຄ້າຍ​ຄຸມ​ຂັງ, ຄ້າຍ​ກັກ​ຂັງ​ພ່າງ.

ຂ່າວ/ບົດ​ອື່ນ