ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍຈັດຕັ້ງບຸນປີໃໝ່ Chol Chnam Thmay

ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍຈັດຕັ້ງບຸນປີໃໝ່ Chol Chnam Thmay - ảnh 1
ພາບປະກອບ

(vovworld) - ຕອນ​ຄ່ຳ​ວັນ​ທີ 13/4, ຢູ່ມະຫາວິທະຍາ​ໄລ​ສັບພະ​ວິ​ຊາ​ຮ່າ​​ໂນ້ຍ, ນັກ​ສຶກສາ​ກຳປູ​ເຈ​ຍພວມ​ຮ່ຳຮຽນ​ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ບຸນປີ​ໃໝ່ Chol Chnam Thmay. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ Vu Mao, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ, ຜູ້ຕາງໜ້າ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ ​ແລະ ນັກ​ສຶກສາ​ກຳປູ​ເຈຍ - ລາວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນັກ​ສຶກສາ​ກຳປູ​ເຈ​ຍ​ໄດ້​ສະ​ແດງ​ຟ້ອນ​ລຳ​ທຳເພັງ ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ເທດ​ຕົນໃນ​ບຸນປີ​ໃໝ່ Chol Chmam Thmay. So Vuthy, ນັກ​ສຶກສາ​ກຳປູ​ເຈ​ຍ ຮຽນປີ 4 ​ຢູ່ມະຫາວິທະຍາ​ໄລການ​ຢາ ຮ່າ​ໂນ​້ຍ ​ໃຫ້​ຮູ້​ວ່າ:

“ນ້ອງ​ໄດ້​ຮຽນ​ຢູ່​ຫວຽ​ດນາມ 5 ປີ​ແລ້ວ, ປີ​ໃດ​ນ້ອງ​ກໍ​ຕ້ອນຮັບ​ບຸນປີ​ໃໝ່​ຢູ່​ນີ້. ​ເພາະ​ຫ່າງ​ໄກ​ຈາກ​ບ້ານ​ເກີດ​​ເມືອງ​ນອນ ບໍ່​ມີ​​ເງື່ອນ​ໄຂ​ຕ້ອນຮັບ​ບຸນ​ປີ​ໃໝ່ຢູ່​ບ້ານ ດັ່ງ​ນັ້ນ​ພວກ​ນ້ອງ​ເຄິຍຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັນ ​ອັນ​ໄດ້​ປະກອບສ່ວນ ​ເພີ່ມ​ຄວາມ​ສາມັກຄີ​ນຳ​ກັນຕື່ມ​ອີກ”

ກ່າວ​ຄຳ​ເຫັນນະ​ພິທີ, ທ່ານ Vu Mao, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ​ໄດ້​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ​ນີ້​​ແມ່ນ​ການ​ເຄື່ອນ​ໄຫ​ວທີ່​ມີ​ຄວາມ​ໝາຍທີ່​ສຸດ. ບັນດາ​ນັກ​ສຶກສາ​ກຳປູ​ເຈຍ​ມາ​ຮ່ຳຮຽນ​ຢູ່​ຫວຽດນາມ ​ແມ່ນ​ສະ​ແດງ​ຄວາມ​ສາມັກຄີ​ມິດຕະພາບດີງາມ. ​ໃນພາຍ​ພາກ​ໜ້າ, ພວກ​ຫຼານ​ຈະ​ກາຍ​ເປັນ​ພະນັກງານ​ທີ່​ດີ, ​ແມ່ນ​ແກ່ນສານ​ທີ່​ສຳຄັນໃນ​ການ​ສ້າງ​ສາປະ​ເທດ​ກຳປູ​ເຈຍ ​ແລະ ​ແມ່ນປັດ​​ໄຈ​ທີ່​ດີເພື່ອ​​ເພີ່ມ​ພຸ​ນຄຸນ​ສ້າງ​ໃຫ້​ນ້ຳ​ໃຈ​ສາມັກຄີມິດຕະພາບ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ”

ຂ່າວ/ບົດ​ອື່ນ