ມະ​ຫາ​ວິ​ທະ​ນາ​ໄລ​ສ້າງຄູ ຮ່າ​ໂນ້ຍ ຕ້ອງ​ກາຍ​ເປັນ ແກ່ນ​ສານ, ຕາ​ໂສ້​ສຳ​ຄັນ​ທີ່​ມີ​ລັກ​ນະ​ນະ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ການສຶກ​ສາ - ​ບຳ​ລ​ຸງ​ສ້າງ

(VOVWORLD) -  ຕອນເຊົ້າວັນທີ 31 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມໄດ້ລົງຢ້ຽມຢາມ, ເຮັດວຽກກັບມະຫາວິຍາໄລ ສ້າງຄູ ຮ່າໂນ້ຍ.
ມະ​ຫາ​ວິ​ທະ​ນາ​ໄລ​ສ້າງຄູ ຮ່າ​ໂນ້ຍ ຕ້ອງ​ກາຍ​ເປັນ ແກ່ນ​ສານ, ຕາ​ໂສ້​ສຳ​ຄັນ​ທີ່​ມີ​ລັກ​ນະ​ນະ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ການສຶກ​ສາ - ​ບຳ​ລ​ຸງ​ສ້າງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມກ່າວຄຳເຫັນທີ  ມະຫາວິທະຍາໄລສ້າງຄູຮ່າໂນ້ຍ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຖືວ່າ: ມະຫາວິທະຍາໄລສ້າງຄູຮ່າໂນ້ຍຄວນສືບຕໍ່ມານະພະຍາຍາມເພື່ອກາຍເປັນມະຫາວິທະຍາໄລແບບຢ່າງໃນການປະຕິບັດບັນດາຮູບແບບເປັນເຈົ້າຕົນເອງດ້ານສຶກສາມະຫາວິທະຍາໄລ, ຄຽງຄູ່ກັນນັ້ນ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ກໍ່ຕ້ອງສະແດງໃຫ້ເຫັນວ່າ ການເປັນແບບຢ່າງໃນການສິດສອນ, ດຳລົງຊີວິດ. ພ້ອມກັນນັ້ນ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ຕ້ອງເຮັດໃຫ້ດີກ່ວາອີກໃນການຄົ້ນຄ້ວາວິທະຍາສາດສຶກສາ, ສ້າງຄູ ແລະ ຄົ້ນຄ້ວາພື້ນຖານ. ມະຫາວິທະຍາໄລຕ້ອງແມ່ນແກ່ນສານ, ນຳໜ້າ, ຕາໂສ້ສຳຄັນທີ່ມີລັກສະນະກຳນົດທິດໃຫ້ແກ່ການປ່ຽນແປງໃໝ່ການສຶກສາ ບຳລຸງສ້າງ.

ຢັ້ງຢືນບົດບາດສຳຄັນທີ່ສຸດຂອງຖັນແຖວພະນັກງານໃນການປະຕິບັດປ່ຽນແປງໃໝ່ການສຶກສາ, ບຳລຸງສ້າງ, ທ່ານຮອງນາຍົກລັດຖະມົນຕີຖືວ່າ: ໃນການປະຕິບັດວຽກງານບຳລຸງສ້າງ, ຄູອາຈານແຕ່ລະຄົນຕ້ອງມີ ພູນປັນຍາ, ຄວາມຮູ້, ກຳໄດ້ທ່າອ່ຽງໃໝ່, ປ່ຽນແປງໃໝ່ວິທີການສອນຕາມຄວາມສາມາດ, ມີການແລກປ່ຽນ, ເພື່ອເສີມຂະຫຍາຍແນວຄິດປະດິດສ້າງ, ພອນສະຫວັນຂອງ ນັກຮຽນແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ