ມານະພະຍາຍາມຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີມອບໃຫ້ກະຊວງການເງິນ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ເປັນເອກະພາບຄວາມເຫັນຕໍ່ບັນດາໂຄງການມີເງື່ອນໄຂຢ່າງພຽງພໍເພື່ອຈັດແບ່ງ, ຍືນສະເໜີຕໍ່ລັດຖະບານ
ມານະພະຍາຍາມຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ - ảnh 1ກອງປະຊຸມຄະນະຊີ້ນຳການຜັນຂະຫຍາຍໂຄງການ
(ພາບ: VGP)

        ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ມານະພະຍາຍາມຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃຫ້ບັນລຸຜົນງານສູງສຸດ. ນີ້ແມ່ນນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ, ທີ່ກອງປະຊຸມຄະນະຊີ້ນຳການຜັນຂະຫຍາຍໂຄງການ, ດຳເນີນໃນຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ເນັ້ນໜັກວ່າ, ນັບແຕ່ນີ້ຮອດທ້າຍປີ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຖິງໂຄງການ, ສະມາຊິກຄະນະຊີ້ນຳ, ພິເສດແມ່ນກະຊວງແຜນການ ແລະ ການລົງທຶນ ຕ້ອງສືບຕໍ່ມານະພະຍາຍາມກວ່າ, ກຳແໜ້ນສະພາບການ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອປະຕິບັດບັນດາໂຄງການຢູ່ໃນລະດັບສູງສຸດ ເພື່ອສາມາດມອບທຶນໂດຍໄວ; ຕີລາຄາຄືນເນື້ອໃນໂຄງການ, ສະເໜີທິດທາງໃຫ້ເໝາະສົມ. ທ່ານຮອງນາຍົກລັດຖະມົນຕີມອບໃຫ້ກະຊວງການເງິນ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ເປັນເອກະພາບຄວາມເຫັນຕໍ່ບັນດາໂຄງການມີເງື່ອນໄຂຢ່າງພຽງພໍເພື່ອຈັດແບ່ງ, ຍືນສະເໜີຕໍ່ລັດຖະບານ ເພີ່ມເຕີມການຄາດຄະເນງົບປະມານປີ 2022 ເພື່ອມອບແຜນການລະອຽດແຫຼ່ງທຶນໃຫ້ແກ່ບັນດາໂຄງການລົງທຶນພາກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ