ມານະພະຍາຍາມເພື່ອສ້າງ ແລະ ພັດທະນາປະຊາຄົມວິສາຫະກິດ, ນັກທຸລະກິດໃຫ້ເຂັ້ມແຂງ ແລະ ສາມັກຄີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຖັນແຖວນັກທຸລະກິດ, ວິສາຫະກິດຍົກສູງຄວາມສາມາດແກ່ງແຍ້ງຢ່າງບໍ່ຢຸດຢັ້ງ, ມີລະດັບພາກພື້ນ ແລະ ສາກົນ
ມານະພະຍາຍາມເພື່ອສ້າງ ແລະ ພັດທະນາປະຊາຄົມວິສາຫະກິດ, ນັກທຸລະກິດໃຫ້ເຂັ້ມແຂງ ແລະ ສາມັກຄີ - ảnh 1(ທີ່ການພົບປະ)

          ຕອນບ່າຍວັນທີ 11 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານການພົບປະຂອງຄະນະປະຈຳລັດຖະບານກັບຜູ້ຕາງໜ້ານັກທຸລະກິດ ຫວຽດນາມ, ເນື່ອງໃນໂອກາດນັກທຸລະກິດ ຫວຽດນາມ (13 ຕຸລາ). ການພົບປະໄດ້ເຊື່ອມຕໍ່ທາງໄກກັບສໍານັກງານ ຄະນະກໍາມະປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

 ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຖັນແຖວນັກທຸລະກິດ, ວິສາຫະກິດ ຍົກສູງ ຄວາມສາມາດແກ່ງແຍ້ງຢ່າງບໍ່ຢຸດຢັ້ງ, ມີລະດັບພາກພື້ນ ແລະ ສາກົນ; ເສີມຂະຫຍາຍລັກສະນະ ເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງເພື່ອພັດທະນາວິສາຫະກິດ ໂດຍຕົນເອງເປັນເຈົ້າຂອງ... ເພື່ອຍົກສູງທີ່ຕັ້ງຂອງວິສາຫະກິດ ຫວຽດນາມ. ພ້ອມກັນນັ້ນ, ກໍ່ຕ້ອງຕັ້ງໜ້າປ່ຽນແປງໃໝ່ຮູບແບບການຜະລິດ ດຳເນີນທຸລະກິດ, ສ້າງໂຄງປະກອບວິສາຫະກິດຄືນໃໝ່ ຕິດພັນກັບການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ; ຍູ້ແຮງການຄົ້ນຄ້ວາ, ເປີດກວ້າງຕະຫຼາດ, ຮັບປະກັນສິດຢ່າງຄົບຖ້ວນ ໃຫ້ແກ່ຜູ້ອອກແຮງງານ...

    ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຊື່ອໝັ້ນວ່າ, ປະຊາຄົມວິສາຫະກິດ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ແບ່ງປັນຄວາມຫຍຸ້ງຍາກ ແລະ ສະໜັບສະໜູນພັກ, ລັດ, ລັດຖະບານ, ນາຍົກລັດຖະມົນຕີ ໃນບັນດາການຊີ້ນຳບໍລິຫານ ເພື່ອພ້ອມກັນກຳແໜ້ນກາລະໂອກາດໃໝ່, ຍົກສູງຄວາມສາມາດບົ່ມຊ້ອນພາຍໃນ, ປະກອບສ່ວນສ້າງປະເທດ ຫວຽດນາມ ໃຫ້ເຂັ້ມແຂງ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ