ມ້ຽນມາ ກຳນົດເວລາສຸດທ້າຍເພື່ອມອບອາວຸດຢູ່ລັດ Rakhine

(vovworld) - ອຳນາດ​ການ​ປົກຄອງ Rakhine ປະ​ເທດ​ມ້ຽນ​ມາ ຫາ​ກໍ່​ອອກ​ຄຳ​ຂາດ​​ໂດຍ​ກຳນົດ​ເວລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 3/11, ປະຊາຊົນ​ຢູ່​ລັດ​ນີ້​ຕ້ອງ​ມອບ​ອາວຸດທຸກ​ປະ​ເພດໃຫ້​ແກ່​ບັນດາ​ປ້ອມ​ຕຳຫລວດ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ . ​ຢູ່​ເທດສະບານ​ຈຳນວນ​ຫນຶ່ງ​ໃນ​ລັດ Rakhine ມີ​ກຸ່ມ​ຄົນ​ຈຳນວນ​ຫນຶ່ງ​ພວມ​ມີ​ກົນ​ອຸບາຍ​ນຳ​ໃຊ້​ອາວຸດ​ປະ​ເພດ​ຕ່າງ​ໆ​ເພື່ອ​ດຳ​ເນີນ​ການ​ຈາລະ​ຈົນ​ ​ແລະ ​ປຸ້ນທຳລາຍ. ກ່ອນ​ຫນ້າ​ນັນ, ວັນ​ທີ 31/10, ຫ້ອງ​ວ່າການ​ປະທານາທິບໍດີ ມ້ຽນ​ມາ ​ໃຫ້​ຮູ້​ວ່າ: ​ໄດ້​ພົບ​ເຫັນ​ບາງ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ​ທີ່​ກ່ຽວຂ້ອງ​ເຖິງກຳລັງປະກອບ​ອາວຸດ​ຂອງ​​ພວກ​ຈາລະ​ຈົນ​ທີ່​ມີ​ການ​ພົວພັນ​ກັບບ​ັນດາອົງການ​ການ​ເມືອງ, ອົງການ​ຈັດ​ຕັ້ງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ພວມ​ຢືນ​ຢູ່ເບື້ອງ​ຫລັງ​​ເພື່ອຊີ້​ນຳ​ການ​ຈາລະ​ຈົນ​ຢູ່​ລັດ​ດັ່ງກ່າວ. ຄຳຖະ​ແຫລ​ງການ​ໄດ້​ຢືນຢັນ​ວ່າ: ບັນດາ​ສ່ວນ​ບຸກຄົນ ​ແລະ ອົງການ​ຈັດ​ຕັ້ງ​​ກ່ຽວ​ຂ້ອງ​ດັ່ງກ່າວພວມ​ຖືກ​ສືບສວນ ​ແລະ ຈະ​ຖືກ​ຕັດສິນ​ລົງ​ໂທດ​ຕາມ​ກົດໝາຍ. ສປຊ ກໍ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສາສະຫນາ​ຢູ່​ລັດ Rakhine ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຈົ່ງ​ລະງັບ​ໃຈ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ນີ້.

/.

 

ຕອບກັບ

ຂ່າວ/ບົດ​ອື່ນ