ມຽນມາ ຕໍ່ກຳນົດເວລາສະພາວະສຸກເສີນຄັ້ງທີ 4

(VOVWORLD) - ຕາມຂໍ້ກຳນົດແລ້ວ, ມຽນມາ ຕ້ອງດຳເນີນການເລືອກຕັ້ງທົ່ວປະເທດໃນເວລາ 6 ເດືອນພາຍຫຼັງໄດ້ຍົກເລິກສະພາວະສຸກເສີນ. ສະພາບສະພາວະສຸກເສີນໄດ້ປະກາດຢູ່ ມຽນມາ
 
ມຽນມາ ຕໍ່ກຳນົດເວລາສະພາວະສຸກເສີນຄັ້ງທີ 4 - ảnh 1ທະຫານເວນຍາມຢູ່ Yangon, ມຽນມາ
(ພາບເອກະສານ: Reuters)

     ວັນທີ 31 ກໍລະກົດ, ສະພາປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ ມຽນມາ (NDSC) ໄດ້ຕົກລົງຕໍ່ກຳນົດເວລາສະພາວະສຸກເສີນຢູ່ປະເທດນີ້ຕື່ມອີກ 6 ເດືອນ, ພ້ອມທັງໃຫ້ຮູ້ວ່າ: ເງື່ອນໄຂດ້ານຄວາມໝັ້ນຄົງຢູ່ພາຍໃນປະເທດ ຍັງບໍ່ທັນໄດ້ຮັບປະກັນເພື່ອດຳເນີນການເລືອກຕັ້ງໃນທົ່ວປະເທດ. ຖະແຫຼງການຂອງ NDSC ໂດຍທ່ານ U Myint Swe, ຜູ້ຮັກສາການປະທານາທິບໍດີ ມຽນມາ ໄດ້ລົງນາມ ໂດຍໃຫ້ຮູ້ວ່າ ສະພາວະສຸກເສີນໄດ້ຕໍ່ກຳນົດເວລານັບແຕ່ວັນທີ 1 ສິງຫາ, ໃນສະພາບການປະທະກັນຍັງຄົງສືບຕໍ່ ແລະ ເງື່ອນໄຂດ້ານຄວາມໝັ້ນຄົງຢູ່ພາຍໃນປະເທດຍັງບໍ່ທັນໄດ້ຮັບປະກັນເພື່ອດຳເນີນການເລືອກຕັ້ງ.

        ຕາມຂໍ້ກຳນົດແລ້ວ, ມຽນມາ ຕ້ອງດຳເນີນການເລືອກຕັ້ງທົ່ວປະເທດໃນເວລາ 6 ເດືອນພາຍຫຼັງໄດ້ຍົກເລິກສະພາວະສຸກເສີນ. ສະພາບສະພາວະສຸກເສີນໄດ້ປະກາດຢູ່ ມຽນມາ ພາຍຫຼັງເກີດສະພາບສັບສົນວຸ້ນວາຍດ້ານການເມືອງຢູ່ປະເທດນີ້ໃນເດືອນ ກຸມພາ 2021, ແລະ ຫຼັງຈາກນັ້ນໄດ້ຕໍ່ກຳນົດເວລາເປັນ 3 ຄັ້ງ, ຄັ້ງລະແກ່ຍາວ 6 ເດືອນ, ຮອດວັນທີ 31 ກໍລະກົດ 2023.

ຕອບກັບ

ຂ່າວ/ບົດ​ອື່ນ