ມຽ​ນ​ມາ ຕັດ​ສິນ​ໃຈ​ສ້າງ​​ພື້ນ​ຖານ​ສັນ​ຕິ​ພາບ

(VOVWORLD) - ທ່ານ Min Aung Hlaing ຢືນຢັນວ່າ ລັດຖະບານ ແລະ ກອງທັບ ມຽນມາ ໄດ້ໃຫ້ຄຳໝັ້ນສັນຍາ ຈະສ້າງຕັ້ງສຳພັນທະມິດປະຊາທິປະໄຕສະຫະລັດ ຊື່ງອົງການປະກອບອາວຸດເຊື້ອຊາດຜີວພັນ (EAO) ສະເໜີຢ່າງລຽນຕິດ.
ມຽ​ນ​ມາ ຕັດ​ສິນ​ໃຈ​ສ້າງ​​ພື້ນ​ຖານ​ສັນ​ຕິ​ພາບ - ảnh 1

 (ພາບ: AFP/TTXVN)

ວັນທີ 22 ເມສາ, ຈອມພົນ Min Aung Hlaing ປະທານສະພາອຳນາດການປົກຄອງແຫ່ງລັດ ມຽນມາ (SAC) ໄດ້ເຊື້ອເຊີນບັນດາອົງການປະກອບອາວຸດເຊື້ອຊາດຜີວພັນ (EAO) ເຂົ້າຮ່ວມບັນດາການເຈລະຈາກ່ຽວກັບການສ້າງພື້ນຖານສັນຕິພາບຂອງປະເທດຊາດ. ຈຸດເວລາດຳເນີນບັນດາການເຈລະຈາສັນຕິພາບ ຈະໄດ້ກຳນົດພາຍຫຼັງການປຶກສາຫາລື ກັບການນຳຂອງອົງການດັ່ງກ່າວ ຊ້າສຸດບໍ່ກາຍວັນທີ 9 ພຶດສະພາທີ່ຈະມາເຖິງ.

ທ່ານ Min Aung Hlaing ຢືນຢັນວ່າ ລັດຖະບານ ແລະ ກອງທັບ ມຽນມາ ໄດ້ໃຫ້ຄຳໝັ້ນສັນຍາ ຈະສ້າງຕັ້ງສຳພັນທະມິດປະຊາທິປະໄຕສະຫະລັດ ຊື່ງອົງການປະກອບອາວຸດເຊື້ອຊາດຜີວພັນ (EAO) ສະເໜີຢ່າງລຽນຕິດ. ມຽນມາ ວາງເປົ້າໝາຍວ່າ ໃນປີ 2022 ຈະຢຸດຕິບັນດາການປະທະກັນປະກອບອາວຸດໃນຂອບເຂດທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ