ມຽນມາ ສ້າງເງື່ອນໄຂໃຫ້ຄະນະປະຕິບັດງານ ສະພາຄວາມໝັ້ນຄົງ ສປຊ ໄປຕິດຕາມກວດກາ

(VOVWORLD) - ປະຈຸບັນ, ມຽນມາ ໄດ້ສ້າງເງື່ອນໄຂໃຫ້ແກ່ການຕິດຕາມກວດການີ້, ເຖິງວ່າລາຍລະອຽດກ່ຽວກັບການຢ້ຽມຢາມນີ້ຍັງບໍ່ທັນໄດ້ເປີດເຜີຍ

ວັນທີ 2 ເມສາ, ທ່ານ Gustavo Meza – Cuadra, ປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2018, ເອກອັກຄະລັດຖະທູດ ເປຣູ ປະຈຳ ສປຊ ໃຫ້ຮູ້ວ່າ: ມຽນມາ ໄດ້ອະນຸຍາດໃຫ້ ສະພາຄວາມໝັ້ນຄົງ ສປຊ ສົ່ງຄະນະປະຕິບັດງານໄປເຖິງປະເທດນີ້ເພື່ອທຳການຕິດຕາມກວດກາ. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນຮູ້ແຈ້ງວ່າ ບັນດາເອກອັກຄະລັດຖະທູດ ສປຊ ຈະໄດ້ອະນຸຍາດໄປເຖິງລັດ Rakhine ຫຼືບໍ່? ເດືອນ ກຸມພາຜ່ານມາ, ລັດຖະບານ ມຽນມາ ໄດ້ເວົ້າວ່າ “ບໍ່ທັນຮອດຈຸດເວລາ”. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມທ່ານເອກອັກຄະລັດຖະທູດ Meza – Cuadra ແລ້ວ, ປະຈຸບັນ, ມຽນມາ ໄດ້ສ້າງເງື່ອນໄຂໃຫ້ແກ່ການຕິດຕາມກວດການີ້, ເຖິງວ່າລາຍລະອຽດກ່ຽວກັບການຢ້ຽມຢາມນີ້ຍັງບໍ່ທັນໄດ້ເປີດເຜີຍ.

        ປະຈຸບັນ, ເປຣູ ພ້ອມກັບ ອັງກິດ ແລະ ຄູເວດ ພວມສ້າງແຜນການໃຫ້ແກ່ການຕິດຕາມກວດກາຄັ້ງນີ້. ການປະຕິບັດງານຄັ້ງນີ້ບໍ່ທັນໄດ້ກຳນົດເວລາຈະແຈ້ງເທື່ອ, ແຕ່ເຖິງຢ່າງໃດກໍ່ຕາມ, ຕາມແຜນການແລ້ວ, ຄະນະປະຕິບັດງານຂອງ ສະພາຄວາມໝັ້ນຄົງ ສປຊ ຈະໄປຢ້ຽມຢາມຄ້າຍລີ້ໄພຂອງຊາວ Rohingya.

ຕອບກັບ

ຂ່າວ/ບົດ​ອື່ນ