ມຽນມາຕໍ່ກຳນົດກົດສະວາວະສຸກເສີນຢູ່ Meikhtila

ມຽນມາຕໍ່ກຳນົດກົດສະວາວະສຸກເສີນຢູ່ Meikhtila - ảnh 1
ສະພາບ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ປິນຂັ້ນ​ໄດ ຢູ່ແຂວງ Meikhtila
(ພາບ: AFP/TTXVN)

(​vovworld) – ສະພາ​ແຫ່ງ​ຊາດ ມຽນມາ ຫາ​ກໍ່​ອອກ​ແຈ້ງ​ກາ​ນສະ​ເໜີ​ຕໍ່​ກຳນົ​​ດ​ເວລາ​ຈັດ​ວາງກົດສະພາວະ​ສຸກ​ເສີນ​ຢູ່​ເຂດ​ໃຊ້​ຄວາມ​ຮຸນ​ແຮງ Meikhtila ​ແລະ ​ເທດສະບາ​ນ​ເມືອງອ້ອມ​ຂ້າງ 3 ​ແຫ່ງ​ ຢູ່​ທາງ​ພາກ​ເໜືອ​ປະ​ເທດ​ນີ້​ຕື່ມອີກ 60 ວັນ. ຂໍ້​ຕົກລົງ​ດັ່ງກ່າວ​ຖືກສະພາ​ແຫ່ງ​ຊາດ ມຽນມາ ຍົກ​ອອກ​ມາ​ເມື່ອ​ວັນ​ທີ 21/5 ພາຍຫຼັງສິ້ນ​ສຸດ​ກອງ​ປະຊຸມ​ພິ​ເສດ​ທີ່​​ແກ່ຍາວ​ເປັນ​ເວລາ 2 ວັນ​ຢູ່​ນະຄອນຫຼວງ Nay Pyi Taw ​ເພື່ອ​ແນ​ໃສ່​ແກ້​ໄຂ​ບາງບັນຫາ​ຮີບ​ດ່ວນ​ທີ່​ເກີດ​ຂຶ້ນ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້. ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ທີ 22/3, ທ່ານ​ປະທານາທິບໍດີ ມຽນມາ U Thein Sein ​ໄດ້​ປະກາດ​ສະພາວະ​ສຸກ​ເສີນ​ຢູ່​ເທດສະບານ​ເມືອງ 4 ​ແຫ່ງ​ຂຶ້ນ​ກັບ​ເຂດ Mandalay ທາງ​ພາກ​ເໜືອ​ປະ​ເທດ​ນີ້​ ​ເຊິ່ງລວມມີ: Meikhtila, Wandwin, Mahlaing ​ແລະ Thazi, ​ຍ້ອນ​ສະພາບ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ປິນຂັ້ນ​ໄດ.

        ນອກ​ຈາກ​ນັ້ນ​, ທີ່​ກອງ​ປະຊຸມ​ພິ​ເສດ​ນີ້, ສະພາ​ແຫ່ງ​ຊາດ ມຽນມາ ກໍ່​ຮັບຮອງ​ເອົາ​ເລື່ອງ​ສ້າງ​ຕັ້ງຄະນະ​ກຳມະການ​ຄົ້ນ​ຄ້ວາ​ລວມກ່ຽວ​ກັບ​ສິດ​ຂອງ​ຜູ້ນຳ​ໃຊ້​ແຮງ​ງານ ​ແລະ ຜູ້​ອອກ​ແຮງ​ງານ.

ຕອບກັບ

ຂ່າວ/ບົດ​ອື່ນ