ມື້ເຮັດວຽກທີ 3 ຂອງກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII

(VOVWORLD) - ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ເຮັດວຽກຢູ່ຕາມໜ່ວຍ ປຶກສາຫາລືກ່ຽວກັບການສະຫລຸບ 10 ປີແຫ່ງການປະຕິບັດມະຕິເລກທີ 15 -NQ/TW, ລົງວັນທີ 10 ຕຸລາ 2012...
ມື້ເຮັດວຽກທີ 3 ຂອງກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII - ảnh 1ມື້ເຮັດວຽກທີ 3 ຂອງກອງປະຊຸມສູນກາງ ຄັ້ງທີ 8, ຊຸດທີ XIII

 

ວັນທີ 4 ຕຸລາ, ໂດຍເປັນມື້ເຮັດວຽກທີ 3 ຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII.

        ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບແຜນຮ່າງລວບລວມ 10 ປີແຫ່ງການປະຕິບັດມະຕິສູນກາງຄັ້ງທີ 8 ຊຸດທີ XI (ປີ 2013) ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານປະທານປະເທດ ຫວໍວັນເຖືອງ ຕາງໜ້າໃຫ້ກົມການເມືອງເປັນປະທານການປຶກສາຫາລື.

        ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ເຮັດວຽກຢູ່ຕາມໜ່ວຍ ປຶກສາຫາລືກ່ຽວກັບການສະຫລຸບ 10 ປີແຫ່ງການປະຕິບັດມະຕິເລກທີ 15 - NQ/TW, ລົງວັນທີ 10 ຕຸລາ 2012, ຂອງກອງປະຊຸມສູນກາງຄັ້ງທີ 5 ຊຸດທີ XI ກ່ຽວກັບບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ