ມື້ເຮັດວຽກທີ 9 ຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 11

ມື້ເຮັດວຽກທີ 9 ຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 11 - ảnh 1

ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11
(ພາບ: ອິນເຕີແນດ)

​(vovworld) – ຕອນ​ເຊົ້າ​ວັນ​ທີ 8/10 ​ແມ່ນມື້​ເຮັດ​ວຽກ​ທີ 9 ຂອງກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11, ບັນດາ​ຜູ້​ແທນ​​ໄດ້ເຮັດ​ວຽກ​ຢູ່​ຕາມໜ່ວຍ ​ເພື່ອ​ຄົ້ນ​ຄ້ວາ, ປະກອບ​ຄວາມ​ເຫັນ​ໂດຍ​ກົງ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ບັນດາ​ຮ່າງ​ມະຕິ, ຂໍ້​ສະຫຼຸບ​ຂອງກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11. ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ກົມ​ການ​ເມືອງ​ໄດ້​ປະຊຸມ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ຮັບ​ເອົາ ​ແລະ ອະພິປາຍ​ຄວາມ​ເຫັນ​ປຶກສາ​ຫາລື​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກ່ຽວ​ກັບ​ບັນດາ​ບັນຫາ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ.

 

ຂ່າວ/ບົດ​ອື່ນ