ມື້ເຮັດວຽກທີ2ຂອງກອງປະຊຸມຄັ້ງທີ3ຄະນະບໍລິຫານງານສູນກາງພັກຊຸດທີ12

ມື້ເຮັດວຽກທີ2ຂອງກອງປະຊຸມຄັ້ງທີ3ຄະນະບໍລິຫານງານສູນກາງພັກຊຸດທີ12 - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ
ຊຸດ​ທີ 12

(vovworld)- ​ ​ ວັນ​ທີ 5/7, ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 12 ໄດ້​ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ທີ 2. ໃນ​ຕອນ​ເຊົ້າ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ລະ​ບຽບ​ການ​ເຮັດ​ວຽກ​ຂອງ​ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ ແລະ ຄະ​ນະ​ເລ​ຂາ​ຊຸດ​ທີ 12 ແລະ ຮ່າງ​ກົດ​ລະ​ບຽບ​ການ​ເຮັດ​ວຽກ​ຂອງ​ຄະ​ນະ​ກຳ​ມະ​ການກວດ​ການ​ສູນ​ກາງ​ຊຸດ​ທີ 12. ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ ໄດ້​ຕາງ​ຫນ້າ​ໃຫ້​ກົມ​ການ​ເມືອງ ຊີ້​ນຳກອງ​ປະ​ຊຸມ. ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ໄດ້​ເຮັດ​ວຽກ​ຢູ່​ຕາມ​ຫນ່ວຍ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກຳ​ນົດ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ພັກ ແລະ​ ຮ່າງ​ກຳ​ນົດ​ກ່ຽວ​ກັບ​ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ, ລະ​ບຽບ​ວິ​ໄນ​ຂອງ​ພັກ.

ຕອບກັບ

ຂ່າວ/ບົດ​ອື່ນ