ມື້ເຮັດວຽກທີສອງຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII

(VOVWORLD) -   ຕອນບ່າຍຂອງວັນດຽວກັນ: ຄະນະບໍລິຫານງານສູນກາງພັກ ເຮັດວຽກຕາມກຸ່ມ, ປຶກສາຫາລື ກ່ຽວກັບແຜນການສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 8, ຊຸດທີ XI
ມື້ເຮັດວຽກທີສອງຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII - ảnh 1ພາບປະກອບ

ວັນທີ 3 ຕຸລາ, ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີສອງ. ຕອນເຊົ້າວັນດຽວກັນ: ຄະນະບໍລິຫານສູນກາງພັກ ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2023, ແຜນການປີ 2024, ແຜນການການເງິນ - ງົບປະມານແຫ່ງລັດ ໄລຍະ 3 ປີ 2024 – 2026 ແລະ ແຜນປະຕິບັດລະບອບເງິນເດືອນໃໝ່. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຕາງໜ້າກົມການເມືອງ, ບໍລິຫານການປຶກສາຫາລື.

          ຕອນບ່າຍຂອງວັນດຽວກັນ: ຄະນະບໍລິຫານງານສູນກາງພັກ ເຮັດວຽກຕາມກຸ່ມ, ປຶກສາຫາລື ກ່ຽວກັບແຜນການສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 8, ຊຸດທີ XI (ປີ 2013), ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ