ມີ​ແຂກ​ທ່ອງ​ທ່ຽວຈາກສາລະ​ທິດ​ນັບ​ພັນ​ຄົນ ຫຼັ່ງ​ໄຫຼ​ໄປ​ຍັງ​ນະຄອນ ​Bethlehem ​ເພຶ່ອສະຫຼອງວັນ​ບຸນ ຄິຼດສະມາດ

(VOVWORLD) - ວັນທີ 24 ທັນວາ, ຜູ້ໄປນະມັດສະການນັບພັນຄົນໃນທົ່ວໂລກ ໄດ້ໄດ້ເຕົ້າໂຮມກັນຢູ່ນະຄອນ Bethlehem, ເຊິ່ງເປັນສະຖານທີ່ ທີ່ພະເຢຊູ ປະສູດ ເພື່ອສະຫຼອງວັນບຸນຄິຼດສະມາດ. 
ມີ​ແຂກ​ທ່ອງ​ທ່ຽວຈາກສາລະ​ທິດ​ນັບ​ພັນ​ຄົນ ຫຼັ່ງ​ໄຫຼ​ໄປ​ຍັງ​ນະຄອນ ​Bethlehem ​ເພຶ່ອສະຫຼອງວັນ​ບຸນ ຄິຼດສະມາດ - ảnh 1 ບັນຍາກາດວັນບຸນ ຄິຼດສະມາດ ຢູ່ສະໜາມຫຼວງ Manger, ນະຄອນ Bethlehem (ພາບ: TTXVN)

       ໃນນັ້ນ, ຊາວ ປາແລັດສະຕິນ ແລະ ແຂກທ່ອງທ່ຽວຕ່າງປະເທດນັບພັນຄົນ ຍັງຫຼັ່ງໄຫຼໄປຍັງນະຄອນນ້ອຍຢູ່ຝັ່ງຕາເວັນຕົກຂອງແມ່ນໍ້າ ຈໍແດນ ທີ່ຖືກຢຶດຄອງ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ ເຊິ່ງຖືກດໍາເນີນຢູ່ພາຍໃນ ແລະ ພາຍນອກໂບດຄິຼດສະມາດ.

        ບັນດາການເຄື່ອນໄຫວສະຫຼອງວັນບຸນ ຄິຼດສະມາດນີ້ ແມ່ນການກະຕຸ້ນໃຫ້ແກ່ການພັດທະນາເສດຖະກິດຂອງ ນະຄອນ Bethlehem ແລະ ປະຊາຄົມຊາວຄິຼດ ຢູ່ເຂດດິນແດນສັກກາລະບູຊານີ້. ທ່ານລັດຖະມົນຕີກະຊວງທ່ອງທ່ຽວ ປາແລັດສະຕິນ Rula Maaya ໃຫ້ຮູ້ວ່າ ຈໍານວນແຂກທ່ອງທ່ຽວຕ່າງປະເທດໄປຢ້ຽມຢາມຝັ່ງຕາເວັນຕົກ ໄດ້ເພີ່ມຂຶ້ນ ແຕ່ 3 ລ້ານເທື່ອຄົນໃນປີ 2018 ເປັນ 3,5 ລ້ານເທື່ອຄົນໃນປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ