ຢັ້ງຢືນຄວາມສາມາດຂອງຄົນພິການ

(VOVWORLD) - ທ່ານນາງ Beatrice Maser, ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫົວຂໍ້ຂອງວັນສາກົນເພື່ອຄົນພິການປີນີ້ ແມ່ນ “ປ່ຽນແປງ ມຸ່ງໄປເຖິງສັງຄົມຍືນຍົງ ແລະ ຄວາມກ້າວໜ້າໃຫ້ທຸກຄົນ”. 


ວັນທີ 29 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົນພິການສາກົນ (03/12), ສະຖານທູດ ສະວິດ ປະຈຳ ຫວຽດນາມ, ສູນເຄື່ອນໄຫວເພື່ອການພັດທະນາປະຊາຄົມ, ກອງທຶນ ICRC MoveAbility (ໂດຍຄະນະກຳມະການກາແດງ ສາກົນສ້າງຕັ້ງ) ໄດ້ຈັດຕັ້ງເຫດການ “We can do it” ຢັ້ງຢືນຄວາມສາມາດຂອງຄົນພິການ. ທີ່ເຫດການ, ຜູ້ເຂົ້າຮ່ວມໄດ້ພົບປະ ແລະ ພົວພັນແລກປ່ຽນກັບຄົນພິການ 7 ຄົນ ທີ່ເຮັດວຽກໃນຂົງເຂດ ເສດຖະກິດ, ພັດທະນາ, ສັງຄົມ, ຄຸ້ມຄອງ.

        ທ່ານນາງ Beatrice Maser, ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫົວຂໍ້ຂອງວັນສາກົນເພື່ອຄົນພິການປີນີ້ ແມ່ນ “ປ່ຽນແປງ ມຸ່ງໄປເຖິງສັງຄົມຍືນຍົງ ແລະ ຄວາມກ້າວໜ້າໃຫ້ທຸກຄົນ”. ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ຮຽກຮ້ອງໃຫ້ທຸກຄົນຕ້ອງສ້າງກາລະໂອກາດສະເໝີພາບໃຫ້ຄົນພິການ. ຖ້າວ່າ ໝົດທຸກຄົນພ້ອມກັນໃຫ້ຄຳໝັ້ນສັນຍາປະຕິບັດ ຈຶ່ງສາມາດຢັ້ງຢືນວ່າ ບໍ່ມີຄົນພິການຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ທ່ານນາງ Beatrice Maser ຫວັງວ່າ, ອາດສາມາດຍົກລະດັບຄວາມຮັບຮູ້ຂອງຄົນພິການໃນຫຼາຍແງ່ມູມ: ເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ