ຢັ້ງ​ຢືນ​ທີ່​ຕັ້ງ ແລະ ຮັບ​ຮູ້​ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ ຫວຽດ​ນາມ ໃນ​ສະ​ພາບ​ການ​ທົ່ວ​ໂລກ​ຫັນ​ເປັນ​ດີ​ຕອນ

(VOVWORLD) - ຫວຽດນາມ ພວມມີກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອພັດທະນາເສດຖະກິດດີຈີຕອນ, ແຕ່ໄປຄຽງຄູ່ກັນນັ້ນ ແມ່ນມີສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ຮັບຮູ້, ຊອກຫາມາດຕະການແກ້ໄຂໄດ້ໂດຍໄວ. 

ປະຊາຊົນ ຫວຽດນາມ 72 ລ້ານຄົນ ພວມນຳໃຊ້ອິນເຕີເນັດ. ສະເລ່ຍແຕ່ລະປີ, ແຕ່ລະຄົນໄດ້ຈ່າຍເງິນຈຳນວນ 288 USD ໃນການຊື້ເຄື່ອງອອນໄລ. ບັນດາປັດໄຈດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມມີກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອພັດທະນາເສດຖະກິດດີຈີຕອນ, ແຕ່ໄປຄຽງຄູ່ກັນນັ້ນ ແມ່ນມີສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ຮັບຮູ້, ຊອກຫາມາດຕະການແກ້ໄຂໄດ້ໂດຍໄວ. ນີ້ແມ່ນຄຳຢັ້ງຢືນຂອງບັນດານັກຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມສຳມະນາ “ເສດຖະກິດດີຈີຕອນ: ຮັບຮູ້, ຢັ້ງຢືນທີ່ຕັ້ງບັນດາຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ” ໂດຍພະແນກສາກົນ ຝລັ່ງ ໂກໂຟນີ, ມະຫາວິທະຍາແຫ່ງຊາດຮ່າໂນ້ຍ, ສົມທົບກັບສະຖາບັນຍຸດທະສາດຫັນເປັນດີຈີຕອນ ແລະ ສະຖາບັນຄົ້ນຄວ້າ ອາຟະລິກາ - ຕາເວັນອອກກາງ, ຈັດຂຶ້ນໃນຕອນບ່າຍວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ.

        ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຫືວຕວັນ, ຫົວໜ້າຫ້ອງການຄຸ້ມຄອງການເຄື່ອນໄຫວການຄ້າເອເລັກໂຕນິກ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຊີ້ແຈ້ງວ່າ:

        “ຕາມການນິຍາມແລ້ວ ຂອບຂະໜາດພື້ນຖານເສດຖະກິດອິນເຕີເນັດ ມີ 4 ກຸ່ມ, ນັ້ນແມ່ນ: ການຄ້າເອເລັກໂຕນິກ, ສັ່ງລົດຮັບຈ້າງທາງອອນໄລ, ການທ່ອງທ່ຽວອອນໄລ ແລະ ບັນດາເນື້ອໃນຟັງ, ຊົມ ແລະ ໂຄສະນາອອນໄລ. ຕາມນັ້ນແລ້ວ ການຄ້າເອເລັກໂຕນິກຂອງ ຫວຽດນາມ ນອນໃນກຸ່ມ 5 ປະເທດ ມີລະດັບການພັດທະນາໄວທີ່ສຸດໃນໂລກ. ນັ້ນພຽງແຕ່ແມ່ນລະດັບຄວາມໄວເທົ່ານັ້ນ, ສ່ວນທາງດ້ານມູນຄ່າແມ່ນຍັງໜ້ອຍຢູ່. ປີ 2022, ຫວຽດນາມ ບັນລຸໄດ້ປະມານ 23 ຕື້ USD. ຄາດວ່າ  ປີ 2025 ຈະບັນລຸປະມານ 49 ຕື້ USD.”

ຕອບກັບ

ຂ່າວ/ບົດ​ອື່ນ