ຢັ້ງ​ຢຶນ​ເຄື່ອງ​ໝາຍ​ການ​ຄ້າ​ສິນ​ຄ້າ ຫວຽດ​ຢູ່ ງານ​ຕະຫຼາດ​ນັດ ຈີນ - ອາ​ຊຽນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີ 3 ເນື້ອໃນຮ່ວມມື ລະຫວ່າງ ອາຊຽນ - ຈີນ, ລວມມີ: ການສືບຕໍ່ເປີດຕະຫຼາດ, ສ້າງຄວາມສະດວກກ່ວາອີກໃຫ້ແກ່ການຄ້າລະຫວ່າງບັນດາປະເທດ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດເພື່ອຊຸກຍູ້ການແລກປ່ຽນຄ້າຂາຍລະຫວ່າງບັນດາປະເທດ ໃນພາກພື້ນ...
ຢັ້ງ​ຢຶນ​ເຄື່ອງ​ໝາຍ​ການ​ຄ້າ​ສິນ​ຄ້າ ຫວຽດ​ຢູ່ ງານ​ຕະຫຼາດ​ນັດ ຈີນ - ອາ​ຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີໄຂ (ພາບ: VOV)

ວັນທີ 12 ກັນຍາ, ງານຕະຫຼາດນັດ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ ອາຊຽນຄັ້ງທີ 22 ໄດ້ໄຂຂຶ້ນຢູ່ ນະຄອນ ນາມໜິງ, ຈີນ. ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີ 3 ເນື້ອໃນຮ່ວມມື ລະຫວ່າງ ອາຊຽນ - ຈີນ, ລວມມີ: ການສືບຕໍ່ເປີດຕະຫຼາດ, ສ້າງຄວາມສະດວກກ່ວາອີກໃຫ້ແກ່ການຄ້າລະຫວ່າງບັນດາປະເທດ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດເພື່ອຊຸກຍູ້ການແລກປ່ຽນຄ້າຂາຍລະຫວ່າງບັນດາປະເທດ ໃນພາກພື້ນ ແລະ ຊຸກຍູ້ການຮ່ວມມືວິທະຍາສາດ - ເຕັກໂນໂລຢີກາຍເປັນຈຸດພົ້ນເດັ່ນໃນການຮ່ວມມືໃໝ່.

ບັນດາປະເທດ ອາຊຽນ ແລະ ຈີນ ຕ້ອງຕັ້ງໜ້າຊຸກຍູ້ບັນດາລະບຽບການ ລົງນາມ, ໃຫ້ສັດຕະຍາບັນທີ່ອາດສາມາດ ລົງນາມ ອະນຸສັນຍາ ວ່າດ້ວຍການຍົກລະດັບເຂດການຄ້າເສລີ ຈີນ - ອາຊຽນ (ACFTA) 3.0 ຢ່າງເປັນທາງການໃນປີນີ້, ສ້າງລະບົບກົດໝາຍພາຍໃນປະເທດໃຫ້ສົມບູນແບບ ສອດຄອ່ງກັບບັນດາຂໍ້ກຳນົດໃໝ່ຂອງສັນຍາ. ວິສາຫະກິດບັນດາປະເທດ ສະມາຊິກ ອາດສາມາດນຳໃຊ້ບັນດາຜົນປະໂຫຍດເຊິ່ງ ACFTA 3.0 ນຳມາໃຫ້ຢ່າງສຸດຂີດ,


 

ຕອບກັບ

ຂ່າວ/ບົດ​ອື່ນ