ຢັ້ງຢືນໄດ້ບັນດາກຸ່ມຫົວຮຸນແຮງມີສ່ວນກ່ຽວຂ້ອງ

ຢັ້ງຢືນໄດ້ບັນດາກຸ່ມຫົວຮຸນແຮງມີສ່ວນກ່ຽວຂ້ອງ - ảnh 1
​ເຮືອ​ບິນ Airbus A321 ຕົກ​ຢູ່​ອີ​ຢິບ
(ພາບ: Reuters)

(vovworld) - ວົງ​ການ​ເ​ຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລັດ​ເຊຍ ແຈ້ງ​ໃຫ້​ຊາບ​ວ່າ, ປະ​ເທດນີ້ ຢັ້ງ​ຢືນ​ໄດ້​ບັນ​ດາ​ກຸ່ມ​ຄົນ​ຖືກ​ສົງ​ໄສ​​ວ່າຍື​ນຢ​ູ່​ເບື້ອງ​ຫຼັງ​ເຫດ​ເຮືອ​ບິນ Airbus A321 ຕົກ​ຢູ່​ອີ​ຢິບ ເຮັດ​ໃຫ້ 224 ຄົນ​ເສຍ​ຊີ​ວິດ​ເມື່ອ​ເດືອນ 10 ຜ່ານ​ມາ. ວັນ​ທີ 24/12, ຫົວ​ໜ້າ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສະ​ຫະ​ພັນ​ລັດ​ເຊຍ (FSB) Alexander Bortnikov ໃຫ້​ຮູ້​ວ່າ, ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ກຳ​ນົດ​ໄດ້​ບັນ​ດາ​ກຸ່ມ​ທີ່​ກ່ຽວ​ຂ​້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີນີ້. ແຕ່​ວ່າ​ທ່ານ​​ໄດ້ປະ​ຕິ​ເສດ​ສະ​ໜອງ​ຂໍ້​ມູນ​ລະ​ອຽດ. ກ່ອນນັ້ນ​ອາ​ທິດ​ໜຶ່ງ, ໜັງ​ສື​ພິມ Kommersant ຂອງ​ລັດ​ເຊຍ ໄ​ດ້​ຄັດ​ແຫຼ່ງ​ຂ່າວ​ຈາກ FBS ໃຫ້​ຮູ້​ວ່າ, ວັດ​ຖຸ​ລະ​ເບ​ີດ​ທີ່​ນຳ​ໃຊ້​ໃນ​​ການກໍ່​ການ​ຮ້າຍ ເຮັດ​ໃຫ້ເຮືອ​ບິນ A 321 ຕົກ​ຢູ່​ແຫຼມ Sinai ຂອງ​ອີ​ຢິບ ​ແມ່ນ​ຖືກ​ຕິດ​ຢູ່​ກ້ອງ​ບ່ອນ​ນັ່ງ​ຂອງ​ຜູ້​ໂດຍ​ສານ.

ຂ່າວ/ບົດ​ອື່ນ