ຢ່າງໜ້ອຍສຸດມີ 19 ຄົນເສຍຊີວິດໃນເຫດເຮືອບິນຕົກຢູ່ ຊູດັງໃຕ້

(VOVWORLD) - ວັນທີ 09 ກັນຍາ, ວົງການເຈົ້າໜ້າທີ່ ຊູດັງໃຕ້ ໄດ້ຢັ້ງຢືນວ່າ ມີ 19 ຄົນເສຍຊີວິດ,

ຊອກເຫັນພຽງແຕ່ 4 ຄົນທີ່ຍັງມີຊີວິດຢູ່ໃນເຫດເຮືອບິນຕົກຢູ່ທາງພາກກາງປະເທດນີ້ເທົ່ານັ້ນ. ເຮືອບິນໂດຍສານບັນຈຸຜູ້ໂດຍສານ 23 ຄົນຖືກປະສົບເຄາະຮ້າຍ ແລະ ຕົກລົງແມ່ນ້ຳຢູ່ເທດສະບານ Yirol ເມື່ອຂະນະທີ່ພວມລົງຈອດໃນສະພາບທີ່ມີນ້ຳໝອກກົ້ວ.

        ໃນຈຳນວນ 4 ຄົນລອດຊີວິດນັ້ນ ມີເດັກນ້ອຍ 2 ຄົນ ແລະ ຜູ້ໜຶ່ງມີສັນຊາດ ອີຕາລີ  ເຊິ່ງປັດຈຸບັນພວມໄດ້ຮັບການປິ່ນປົວສຸກເສີນຢູ່ໂຮງໝໍ Yirol ໃນອາການເຈັບສາຫັດ. ບັນດາຜູ້ປະສົບເຄາະຮ້າຍທີ່ເສຍຊີວິດນັ້ນ ມີຫົວໜ້າຈຸບິນ, ຮອງຫົວໜ້າຈຸບິນ, ພາລະກອນຂອງຄະນະກຳມະການສະພາກາແດງສາກົນ 1 ຄົນ, ເຈົ້າໜ້າທີ່ລັດຖະບານ 1 ຄົນ, ນາຍທະຫານ 2 ຄົນ ແລະ ຫົວໜ້າສັງຄະລາດຂອງເທດສະບານ  Yirol.


ຕອບກັບ

ຂ່າວ/ບົດ​ອື່ນ