ຢ່າງໜ້ອຍສຸດມີ21ຄົນເສຍຊີວິດຍ້ອນເຫດກໍ່ການຮ້າຍຢູ່ພາກໃຕ້ໂຊມາເລຍ

ຢ່າງໜ້ອຍສຸດມີ21ຄົນເສຍຊີວິດຍ້ອນເຫດກໍ່ການຮ້າຍຢູ່ພາກໃຕ້ໂຊມາເລຍ - ảnh 1
ຢ່າງໜ້ອຍສຸດມີ21ຄົນເສຍຊີວິດຍ້ອນເຫດກໍ່ການຮ້າຍຢູ່ພາກໃຕ້ໂຊມາເລຍ
(ພາບ: AFP)

(vovworld) –​ ວັນ​ທີ 28/02, ມີ​ຢ່າງ​ໜ້ອຍ​ສຸດ 21 ຄົນ​ເສຍ​ຊີ​ວິດ ແລະ ບາງ​ຄົນ​​ໄດ້ຮັບ​ບາດ​ເຈັບ​ໃນ​ເຫດ​ລະ​ເບີດ 2 ຄັ້ງ​ຢູ່​ເທດ​ສະ​ບານ Baidoa ຂຶ້ນ​ກັບ​ເຂດ Bay, ທາງ​ພາກ​ໃຕ້​ໂຊ​ມາ​ເລຍ. ຕາມ​ຕຳ​ຫຼວ​ດ​ເທດ​ສະ​ບານ Baidoa ແລ້ວ, ​ກໍ​ລະ​ນີ​ທຳ​ອິດ​ແມ່ນເຫດ​ວາ​ລະ​ເບ​ີດລົດ​ໂອ​ໂຕ​ຢູ່​ຕໍ່​ໜ້າ​ພັດ​ທະ​ຄານ​ທີ່​ມີ​ຊື່​ສຽງ​ຂອງ​ເທດ​ສະ​ບານ, ໃນ​ຂະ​ນະ​ນັ້ນ, ເຫດ​​ວາງລະ​ເບີດ​ທີ 2 ໂດຍ​​ພວກ​ວາງ​ລະ​ເບີດ​ສະ​ຫຼະ​ຊີບ​ປະ​ຕິ​ບັດ. ​ບັນ​ດາຜູ້​ເສຍ​ຊີ​ວິດ​​ໃນເຫດ​ວາງ​ລະ​ເບີດ 2 ຄັ້ງ​ດັ່ງ​ກ່າວສ່ວນ​ຫ​ຼາຍ​ແມ່ນ​ສາ​ມັນ​ຊົນ​. ປະ​ຈຸ​ບັນ, ເຫດ​ການດັ່ງ​ກ່າວ​ພວມ​​ໄດ້​ຮັບ​ການ​ສືບ​ສວນ​ຢູ່.

ຂ່າວ/ບົດ​ອື່ນ