ຢູ​ແກຼນ: ມີ​ກໍ່​າ​ປັ່ນຕື່ມ​ອີກ​ຫຼາ​ຍ​ລຳ ກຽມ​ພ້ອມ​ນຳ​ໃຊ້​​ໃນ​ການ​ເດີນ​ທາງ​ໃນແລວ​ປອດ​ໄພ​ໃໝ່​ຢູ່​ທະ​ເລ​ດຳ

(VOVWORLD) - ມີກ່ຳປັ່ນຂົນສົ່ງສິນຄ້າຕື່ມອີກ 12 ລຳ ໄດ້ກຽມພ້ອມເພື່ອນຳໃຊ້ໃນການເດີນທາງໃນແລວຂົນສົ່ງຢູ່ທະເລດຳ ເຊິ່ງ Kiev ຫາກໍສ້າງຕັ້ງໃນໄລຍະເດີນທາງໄປຍັງທ່າກ່ຳປັ່ນຕ່າງໆຂອງປະເທດ ເອີຣົບຕາເວັນອອກນີ້. 
ຢູ​ແກຼນ: ມີ​ກໍ່​າ​ປັ່ນຕື່ມ​ອີກ​ຫຼາ​ຍ​ລຳ ກຽມ​ພ້ອມ​ນຳ​ໃຊ້​​ໃນ​ການ​ເດີນ​ທາງ​ໃນແລວ​ປອດ​ໄພ​ໃໝ່​ຢູ່​ທະ​ເລ​ດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາພືດຂອງ ຢູແກຼນ ຢູ່ທ່າກ່ຳປັ່ນ Constanta, ໂຣມາເນຍ ວັນທີ  31/7/2023. (ພາບ: AFP/TTXVN)

ວັນທີ 4 ຕຸລາ, ກອງທັບເຮືອ ຢູແກຼນ ໄດ້ແຈ້ງໃຫ້ຊາບວ່າ ມີກ່ຳປັ່ນຂົນສົ່ງສິນຄ້າຕື່ມອີກ 12 ລຳ ໄດ້ກຽມພ້ອມເພື່ອນຳໃຊ້ໃນການເດີນທາງໃນແລວຂົນສົ່ງຢູ່ທະເລດຳ ເຊິ່ງ Kiev ຫາກໍສ້າງຕັ້ງໃນໄລຍະເດີນທາງໄປຍັງທ່າກ່ຳປັ່ນຕ່າງໆຂອງປະເທດ ເອີຣົບຕາເວັນອອກນີ້. ກ່າວຄຳເຫັນໃນການຖະແຫຼງຂ່າວແບບທາງໄກ, ໂຄສົກກອງທັບເຮືອ ຢູແກຼນ, ທ່ານ Dmytro Pletenchuk ຊີ້ແຈ້ງວ່າ ນອກຈາກກ່ຳປັ່ນ 12 ລຳທີ່ໄດ້ກຽມພ້ອມເດີນທາງໃນແລວຂົນສົ່ງໃໝ່ນັ້ນແລ້ວ, ຍັງມີກ່ຳປັ່ນອີກ 10 ລຳຢູ່ທ່າກ່ຳປັ່ນອື່ນໆ ກໍພ້ອມແລ້ວທີ່ຈະອອກເດີນທາງ. ເຖິງຢ່າງໃດກໍຕາມ, ທ່ານ Pletenchuk ບໍ່ເຜີຍໃຫ້ຮູ້ ຈຸດເວລາທີ່ບັນດາກ່ຳປັ່ນລຳດັ່ງກ່າວ ຄາດວ່າຈະອອກເດີນທາງ. ກອງທັບເຮືອ ຢູແກຼນ ກໍຢັ້ງຢືນວ່າ ກຳລັງນີ້ ໄດ້ມານະພະຍາຍາມຮັບປະກັນຄວາມປອດໄພໃຫ້ບັນດາກ່ຳປັ່ນພົນລະເຮືອນໃນເຂດທະເລທີ່ຕົນຮັບຜິດຊອບ ແລະ ກ່ຳປັ່ນ 12 ລຳດັ່ງກ່າວ ກຳລັງເຂົ້າໄປເຂດທະເລຂອງ ໂຣມາເນຍ, ບຸນກາຣີ ແລະ ຕວັກກີ.


ຕອບກັບ

ຂ່າວ/ບົດ​ອື່ນ