ຢູແກຼນ ຢືນຢັນ ບໍ່ຖິ້ມລະເບີດໃສ່ບັນດາ ເຂດຊຸມຊົນ

ຢູແກຼນ ຢືນຢັນ ບໍ່ຖິ້ມລະເບີດໃສ່ບັນດາ ເຂດຊຸມຊົນ - ảnh 1
(ພາບປະກອບ)

(vovworld) –  ​ວັນ​ທີ 06/07, ​ໂຄ​ສົກ​ສູນ​ການ​ຂ່າວ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປ້ອງ​ກັນຊາ​ດຢູ​ແກຼນ ທ່ານ Andrey Lysenko ຖະ​ແຫຼ​ງວ່າ ກອງທັບ​ປະ​ເທດ​ນີ້​ຈະ​ບໍ່ຖິ້ມລະ​​ເບີດ​ໃສ່​ບັນດາ​ເຂດຊຸມຊົນຢູ່​ທິດຕາ​ເວັນ​ອອກ - ພາກ​ໃຕ້, ສະຖານ​ທີ່​ເຊິ່ງອຳນາດ​ການ​ປົກຄອງ​ພວມ​ດຳ​ເນີນ​ບັ້ນ​​ການ​ທະຫານ​ຕ້ານ​ຜູ້​ແຫ່​ຂະ​ບວນປະ​ທ້ວງຮຽກຮ້ອງ​ຫັນ​ເປັນ​ສະຫະພັນ. ທ່ານ Andrey Lysenko ​ໃຫ້​ຮູ້​ວ່າ ກອງທັບ, ກຳລັງ​ຮັກສາ ​ແລະ ທະຫານ​ເຂດຊາຍ​ແດນ ຢູ​ແກຼນ ຈະ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ແລະ ຍິງປືນ​ໃຫຍ່​ໃສ່​ຂະ​ບວນລົດ​ໂອ​​ໂຕ​ທີ່​ເຄື່ອນ​ຍ້າຍ, ​ແຕ່​ບໍ່ຖິ້ມ​ລະ​​ເບີດ​ໃສ່​ບັນດາ​ເຂດ​ຊຸມ​ຊົນ. ກໍ່ຕາມ​ຄຳ​ເວົ້າ​ຂອງ​ທ່ານ Andrey Lysenko ​ແລ້ວ, ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Petro Poroshenko ພຽງ​ຖະ​ແຫຼ​ງຢຸດ​ຍິງ ຖ້າ​ຫາກ​ກຳລັງ​ຝ່າຍ​ຄ້ານ​ປະລະ​ອາວຸດ, ປ່ອຍ​ບັນດາຕົວ​ປະກັນ ​ແລະ ກອງທັບ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ຄືນ​ໃໝ່ ພ້ອມ​ກັບ​ຜູ້ຕາງໜ້າ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ.

ຂ່າວ/ບົດ​ອື່ນ