ຢູແກຼນ ຮັບທຶນໜູນຊ່ວຍກວ່າ 1 ຕື້ USD ຈາກ WB

(VOVWORLD) - ຈຳນວນເງິນດັ່ງກ່າວຈະໄດ້ນຳໃຊ້ເພື່ອຊົດເຊີຍໃຫ້ບັນດາລາຍຈ່າຍທີ່ບໍ່ກ່ຽວຂ້ອງເຖິງການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃນງົບປະມານແຫ່ງຊາດ ຢູແກຼນ
ຢູແກຼນ ຮັບທຶນໜູນຊ່ວຍກວ່າ 1 ຕື້ USD ຈາກ WB - ảnh 1ສຳນັກງານຂອງ WB
(ພາບ: AFP/TTXVN)

        ຢູແກຼນ ຫາກໍໄດ້ຮັບຈຳນວນເງິນ 1,34 ຕື້ USD ຈາກໂຄງການໜູນຊ່ວຍລາຍຈ່າຍສາທາລະນະຂອງທະນາຄານໂລກ (WB) ສະຫງວນໃຫ້ແກ່ການປັບປຸງກຳລັງຄວາມສາມາດຄຸ້ມຄອງແບບຍືນຍົງຢູ່ປະເທດນີ້. ຕາມແຈ້ງການອອກວັນທີ 25 ທັນວາ, ຂອງກະຊວງການເງິນ ຢູແກຼນ ແລ້ວ, ໃນຈຳນວນເງິນນັ້ນແມ່ນບ້ວງເງິນກູ້ຢືມກວ່າ 1 ຕື້ USD ຈາກ WB. ຈຳນວນເງິນດັ່ງກ່າວຈະໄດ້ນຳໃຊ້ເພື່ອຊົດເຊີຍໃຫ້ບັນດາລາຍຈ່າຍທີ່ບໍ່ກ່ຽວຂ້ອງເຖິງການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃນງົບປະມານແຫ່ງຊາດ ຢູແກຼນ, ໃນນັ້ນມີບ້ວງຊຳລະລາຍຈ່າຍສັງຄົມໃຫ້ແກ່ຜູ້ອາຍຸສູງ, ບັນດາພາລະກອນທີ່ເຮັດວຽກການບໍລິການສຸກເສີນ.

        ທ່ານລັດຖະມົນຕີກະຊວງການເງິນ ຢູແກຼນ Serhiy Marchenko ຊົມເຊີຍບັນດາຄວາມມານະພະຍາຍາມໜູນຊ່ວຍດ້ານການເງິນຈາກບັນດາອົງການຈັດຕັ້ງ ແລະ ປະຊາຄົມສາກົນ ທີ່ໄດ້ປະກອບສ່ວນສຳຄັນຊ່ວຍໃຫ້ປະເທດນີ້ຮັກສາເສດຖະກິດ ແລະ ການເງິນເປັນປົກກະຕິ, ສາມາດໃຫ້ບຸລິມະສິດລາຍຈ່າຍແກ່ສັງຄົມ ໃນສະພາບການປະທະກັນທີ່ສືບຕໍ່ເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ