ຢູແກຼນ: ເກີດເຫດວາງລະເບີດຢູ່ນະຄອນຫລວງ Kiev ເຮັດໃຫ້ 4 ຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ວົງການເຈົ້າໜ້າທີ່ ຢູແກຼນ ໃຫ້ຮູ້ວ່າ: ມີເຫດວາງລະເບີດຢູ່ນະຄອນຫລວງ Kiev ໃນວັນທີ 25 ຕຸລາ ເຮັດໃຫ້ຢ່າງໜ້ອຍສຸດ 1 ຄົນເສຍຊີວິດ ແລະ 3 ຄົນໄດ້ຮັບບາດເຈັບ, ໃນນັ້ນ ມີສະມາຊິກລັດຖະສະພາທ່ານ Igor Mosiychuk.
ຢູແກຼນ: ເກີດເຫດວາງລະເບີດຢູ່ນະຄອນຫລວງ Kiev ເຮັດໃຫ້ 4 ຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ເກີດເຫດວາງລະເບີດຢູ່ນະຄອນຫລວງ Kiev (ພາບ: Reuters )

ທ່ານ Anton Gerashenko ທີ່ປຶກສາກະຊວງພາຍໃນ ຢູແກຼນ ຖືນີ້ແມ່ນ ການກະທຳບຸກໂຈມຕີການກໍ່ການຮ້າຍ.

        ທ່ານ Anton Gerashenko ທີ່ປຶກສາກະຊວງພາຍໃນ ຢູແກຼນ ໃຫ້ຮູ້ວ່າ: ເຫດລະເບີດເກີດຂຶ້ນ ເມື່ອມີວັດຖຸລະເບີດໄດ້ຕິດໃສ່ລົດຈັກ ທີ່ຈອດຢູ່ໃກ້ກັບຫ້ອງການຊ່ອງໂທລະພາບ Espreso ລະເບີດແຕກຖືກກັບເວລາທີ່ທ່ານ Mosiychuk ອອກໄປ. ຕາມທ່ານ Gerashenko ແລ້ວ ຜູ້ເສຍຊີວິດແມ່ນຜູ້ອາລັກຂາສ່ວນຕົວຂອງທ່ານ Mosiychuk. ທ່ານ Gerashenko ຖືວ່ານີ້ແມ່ນການກະທຳບຸກໂຈມຕີການກໍ່ການຮ້າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ