ຢູ​ແກຼນ ແລະ ລັດ​ເຊຍ ດຳ​ເນີນ​ແລກ​ປ່ຽນສະ​ເລີຍ​ເສີກ​ຄັ້ງ​ທີ 3

(VOVWORLD) -ວັນທີ 9 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຢູແກູນ Iryna Vereshchuk ໃຫ້ຮູ້ວ່າ ມີພົນທະຫານ ຢູແກຼນ 12 ຄົນ ແລະ ສາມັນຊົນ 14 ຄົນໄດ້ກັບເມືອເຮືອນພາຍຫຼັງການແລກປ່ຽນສະເລີຍເສີກກັບ ລັດເຊຍ. 

ກ່ອນໜ້ານັ້ນ, ຢູແກຼນ ແລະ ລັດເຊຍ ໄດ້ດຳເນີນການແລກປ່ຽນສະເລີຍເສີກນັບແຕ່ເວລາ ລັດເຊຍ ເລີ່ມຕົ້ນບັ້ນທະຫານພິເສດ ຢູ່ຢູແກຼນໃນວັນທີ 24 ກຸມພາທີ່ຜ່ານມາ.

ໃນເຫດການທີ່ກ່ຽວຂ້ອງ, ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ AP ຂອງ ອາເມລິກາ ໃນວັນທີ 9 ເມສາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Oleksandrovych Zelensky ຊີ້ແຈ້ງວ່າ: ຢູແກຼນບໍ່ຢາກພາດໂອກາດກ່ຽວກັບວິທີການທາງການທູດ. ກ່ອນໜ້ານັ້ນ, ໃນການຖະແຫຼງຂ່າວ ກັບທ່ານນາຍົກລັດຖະມົນຕີ ໂອຕາລິດ Karl Nehammer, ທ່ານ Zelensky ໄດ້ຊີ້ແຈ້ງວ່າ ຢູແກຼນ ຍາມໃດກໍ່ກຽມພ້ອມການເຈລະຈາເພື່ອຊອກຫາວິທີການທາງການທູດແກ່ການປະທະກັນໃນປັດຈຸບັນ.

ກ່ຽວຂ້ອງເຖິງການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ຊາວ ຢູແກຼນ, ໃນວັນທີ 9 ເມສາ ທ່ານປະທານຄະນະກຳມະການເອີລົບ (EC) Ursula von der Leyen ໄດ້ປະກາດວ່າ ເຫດການສ້າງກອງທຶນຢູ່ໂປໂລຍເພື່ອແນໃສ່ໜູນຊ່ວຍຊາວຢູແກຼນທີ່ໄດ້ຮັບຜົນສະທ້ອນຈາກການປະທະກັນ ໄດ້ຮັບຄຳໝັ້ນສັນຍາໜູນຊ່ວຍ, ອຸປະຖຳ, ໃຫ້ກູ້ຢືມ ຈາກປະຊາຄົມສາກົນຂຶ້ນເຖິງ 10,1 ຕື້ ເອີໂຣ.

ຕອບກັບ

ຂ່າວ/ບົດ​ອື່ນ