ຢູແກຼນກະກຽມການເລືອກຕັ້ງປະທານາທິບໍດີ

ຢູແກຼນກະກຽມການເລືອກຕັ້ງປະທານາທິບໍດີ - ảnh 1
ທ່ານນາງTymoshenko ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງ
ປະທານາທິບໍດີ ຢູແກຼນ


(vovworld)-  ​ວັນ​ທີ 30/3 ​ແມ່ນ​ມື້​ສຸດ​ທ້າຍ​ຂອງ​ການ​ກຳນົດ​ເວລາ​ຈົດ​ທະບຽນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຢູ​ແກຼນ ຊື່​ງຄາດ​ວ່າ​ດຳ​ເນີນ​ໄປ​ໃນ​ວັນ​ທີ 25/05 ຈະ​ມາ​ເຖິງ. ກ່ອນ​ຫນ້າ​ນັ້ນ, ​ໃນ​ວັນ​ທີ 29/3, ພັກ​ໃຫຍ່​ສ່ວນ​ຫລາຍ​ຢູ່ ຢູ​ແກ​ຼນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ ​ແລະ ຄັດ​ເລືອກ​ຜູ້​ສະຫມັກ​ຮັບ​ເລືອກ​ຕັ້ງ​​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງ.

ບັນຊີ​ລາຍ​ຊື່​ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​​ແຂ່ງຂັນ​ເລືອກ​ຕັ້ງຢູ່ ຢູ​ແກຼນ ​ໄດ້​ຂຶ້ນ​ເຖິງ​ຈຳນວນ 10 ທ່ານ​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນຊີ​ລາຍ​ຊື່​ສຸດ​ທ້າຍ​ຈະ​ຖືກ​ປະກາດ​ໃນ​ວັນ​ທີ 31/3. ​ໃນ​ຂະນະ​ທີ່​ບັນດາ​ພັກ​ຝ່າຍ​ ​ແລະ ສ່ວນ​ບຸກຄົນ ຢູ່ ຢູ​ແກຼນ ພວມ​ຕັ້ງຫນ້າ​ກະກຽມ​ບັນດາ​ບາດກ້າວ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ, ຝ່າຍ​ລັດ​ເຊຍ ອອກສຽງ​ຢືນຢັນ​ວ່າ: ມົດ​ສະ​ກູ ຖື​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຈະ​ມາ​ເຖິງ ຂອງ​ ຢູ​ແກຼນ ​​ແມ່ນ​ຜິດ​ກົດໝາຍ.

 

ຂ່າວ/ບົດ​ອື່ນ