ຢູແກຼນ:ກຳລັງຢູ່ພາກຕາເວັນອອກເປີດການບຸກໂຈມຕີໃນວັນທຳອິດຂອງປີໃໝ່

ຢູແກຼນ:ກຳລັງຢູ່ພາກຕາເວັນອອກເປີດການບຸກໂຈມຕີໃນວັນທຳອິດຂອງປີໃໝ່ - ảnh 1
ການ​ປະ​ທ​ະ​ກັນ​ເກີດ​ຂຶ້ນ​ໃນ​ວ​ັນ​ຕົ້ນ​ປີ
(ພາບ: dantri.com)

(vovworld) – ກອງ​ທັບ ຢູ​ແກຼນ ໃຫ້​ຮູ້​ວ່າ: ກຳ​ລັງ​ທວງ​ເອົາ​ເອກ​ະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ​ໄດ້​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຕ່າງ​ຫາກ​ແນ​ໃສ່​ກຳ​ລັງ​ລັດ​ຖະ​ບານ​ໃນ​ວັນ​ທ​ຳ​ອິດ​ຂອງ​ປີ​ໃໝ່ 2015, ເຮັດ​ໃຫ້​ສາ​ມັນ​ຊົນ 1 ຄົນ​ເສ​ຍ​ຊີ​ວິດ ແລະ ທະ​ຫານ 3 ຄົນ​ຖືກ​ຮັບ​ບາດ​ເຈັບ. ກຳ​ລັງ​ທວງ​ເອົ​າ​ເອ​ກະ​ລາດ​ໄດ້​ເປີດ​ການ​ບຸກ​ໂຈມ​ຕ​ີ​ຂະ​ໜາດ​ນ້ອຍ ແລະ​ ຍິງ​ປືນ​ໃສ່​ບາງ​ຖານ​ທີ່​ໝັ້ນ​ຂອງ​ທະ​ຫານ​ລັດ​ຖະ​ບານ​ຢູ່​ພາກ​ຕ​າ​ເວັນ​ອອກ. ນອກ​ຈາກ​ຄວາມ​ເສຍ​ຫາຍ​ດ້ານ​ຊີ​ວິດ​ອີນ​ຊີ​ແລ້ວ, ຢ່າງ​ນ້ອຍສຸດ​ມີ​ເຮືອນ 2 ຫຼັງ​ຖືກ​ທຳ​ລາຍ. ການບ​ຸກ​ໂຈມ​ຕີ​​ຄັ້ງ​ຕ່າງໆເກີດ​ຂຶ້ນ​ໃນ​​ຂະ​ນະ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko ຖື​ວ່າ: ປະ​ເທດ ເອີ​ລົບ​ຕາ​ເວັນ​ອອກນີ້​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ປີ “ຫຍຸ້ງ​ຍາກ”, ມັນ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ບັນ​ດາ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໂດຍ​ບັນ​ດາ​ຝ່າຍຢ​ູ່ ຢູ​ແກຼນ ເຫັນ​ດີ​ເປັນ​ເອ​ກະ​ສັນ​ແຕ່​ເດືອນ 9 ຜ່ານ​ມາ​ແມ່ນບໍ່​ແນ່ນອນ.

ຂ່າວ/ບົດ​ອື່ນ