ຢູ​ແກຼນ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດໃສ່​ປະ​ທາ​ນາ​ທິ​ບໍ​ດ​ີ ແລະ ​ເຈົ້າ​ໜ້າ​ທີ່​ລັດ​ເຊຍບາງ​ທ່ານ

(VOVWORLD) -ຕາມລັດຖະດຳລັດ ແລ້ວ, ບັນດາມາດຕະການລົງໂທດທີ່ຈັດວາງໃສ່ວົງການການນຳຂັ້ນສູງສຸດຂອງ ລັດເຊຍ ຄື: ທ່ານປະທານາທິບໍດີ Vladimir Putin, ທ່ານນາຍົກລັດຖະມົນຕີ Mikhail Mishustin, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Sergei Shoigu…
ຢູ​ແກຼນ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດໃສ່​ປະ​ທາ​ນາ​ທິ​ບໍ​ດ​ີ ແລະ ​ເຈົ້າ​ໜ້າ​ທີ່​ລັດ​ເຊຍບາງ​ທ່ານ - ảnh 1 ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: Sputnik.)

ວັນທີ 9 ມິຖຸນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ລົງນາມລັດຖະດຳລັດວ່າດ້ວຍການໝູນໃຊ້ມາດຕະການລົງໂທດໃສ່ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ເຈົ້າໜ້າທີ່ບາງທ່ານຂອງລັດເຊຍ.

ຕາມລັດຖະດຳລັດ ແລ້ວ, ບັນດາມາດຕະການລົງໂທດທີ່ຈັດວາງໃສ່ວົງການການນຳຂັ້ນສູງສຸດຂອງ ລັດເຊຍ ຄື: ທ່ານປະທານາທິບໍດີ Vladimir Putin, ທ່ານນາຍົກລັດຖະມົນຕີ Mikhail Mishustin, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Sergei Shoigu…

ຢູແກຼນ ກໍ່ໄດ້ເອົາຊື່ ຈຳນວນມະຫາວິທະຍາໄລຂອງ ລັດເຊຍ ແລະ ຜູ້ນຳຂອງບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລກ່ວາເຄິ່ງໜຶ່ງເຂົ້າບັນຊີລາຍຊື່ລົງໂທດດັ່ງກ່າວ.

ບັນດາມາດຕະການລົງໂທດລວມມີການ: ອາຍັດຊັບສິນ, ຈຳກັດການເຄື່ອນໄຫວທາງການຄ້າ ແລະ ສະກັດກັ້ນການຖອນຊັບສິນອອກຈາກຢູແກຼນ… ແລະ ໄດ້ນຳໃຊ້ບໍ່ມີການກຳນົດເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ