ຢູ​ແກຼນ​ປະ​ກ​າດ​ສະ​ພາວະ​ສຸກ​ເສີນ​ນັບ​ແຕ່​ວັນ​ທີ 24 ກຸມ​ພາ

(VOVWORLD) -ສະພາແຫ່ງຊາດ ຢູແກຼນ ໄດ້ຮັບຮອງເອົາລັດຖະດຳລັດ ຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກ່ຽວກັບການປະກາດສະພາວະສຸກເສີນຢູ່ຜືນແຜ່ນດິນຂອງຢູແກຼນນັບແຕ່ວັນທີ 24 ກຸມພາ.

ຢູ​ແກຼນ​ປະ​ກ​າດ​ສະ​ພາວະ​ສຸກ​ເສີນ​ນັບ​ແຕ່​ວັນ​ທີ 24 ກຸມ​ພາ - ảnh 1ທ່ານ Alexei Danilovເລຂາສະພາປ້ອງກັນຊາດ ແລະ ຄວາມໝັ້ນຄົງ ຢູແກຼນ (ພາບ: Reuters)

ຂໍ້ມູນໄດ້ປະກາດໃນເວັບໄຊຂອງສະພາແຫ່ງຊາດ ຢູແກຼນໃຫ້ຮູ້ວ່າ: ສະພາແຫ່ງຊາດຢູແກຼນ ໄດ້ຮັບຮອງເອົາລັດຖະບັນດຳລັດຂອງ ທ່ານປະທານາທິບໍດີ ຢູແກຼນໃນວັນທີ 23 ກຸມພາ ປີ 2022 ກ່ຽວກັບການປະກາດສະພາວະສຸກເສີນຢູ່ ບາງຂອງເຂດຂອງປະເທດນີ້.

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ສະເໜີຕໍ່ສະພາແຫ່ງຊາດກ່ຽວກັບການປະກາດສະພາວະສຸກເສີນໃນທົ່ວປະເທດ ໃນ 30ວັນ ແຕ່ວັນທີ 24 ກຸມພາ. ລັດຖະດຳລັດໄດ້ສະເໜີຄຳສັ່ງຫ້າມເຜີຍແຜ່ຂໍ້ມູນທີ່ເຮັດໃຫ້ “ສະພາບການຂາດສະຖຽນລະພາບ”, ກໍ່ຄືຫ້າມບໍ່ໃຫ້ຜູ້ທີ່ຕ້ອງປະຕິບັດພັນທະການທະຫານ ອອກຈາກສະຖານທີ່ພັກພາອາໄສ ເຊິ່ງບໍ່ມີການລາຍງານກ່ອນນັ້ນ.

ນັກຂ່າວ VOV ປະຈຳສະຫະພັນ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ