ຢູແກຼນວາງເງື່ອນໄຂຖອນ ນັກຮົບອອກຈາກເຂດ ສູ້ຮົບ


ຢູແກຼນວາງເງື່ອນໄຂຖອນ ນັກຮົບອອກຈາກເຂດ ສູ້ຮົບ - ảnh 1

 (ພາບ: AFP/TTXVN)

 (vovworld)- ​ ​​ວັນ​ທີ 21/9, ທ່ານ Andriy Lysenko ​ໂຄສົກ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ປ້ອງ​ກັນຊາ​ດຢູ​ແກຼນ ປະກາດ​ວ່າ​ປະ​ເທດ​ນີ້ບໍ່ຖອນນັກຮົບອອກຈາກເຂດສູ້ຮົບຈົນເຖິງ​ເວລາບັນດາຝ່າຍປທະກັນປະຕິບັນດາ ຂໍ້ຕົກລົງຢຸດຍິງຕາມບັນດາຂໍ້ມາດຕາລະບຸໄວ້ໃນແຜນການສັນຕິພາບໃໝ່ທີ່ຫາກໍ່ບັນລຸກ່ອນນັ້ນ 1 ວັນຢູ່ນະຄອນຫຼວງ Minsk ປະ​ເທດ Belarus. ຕາມ​ທ່ານ ​ Andriy Lysenko ແລ້ວ, 1 ​ໃນ​ບັນດາ​ຂໍ້​ມາດຕາ​ຕົ້ນຕໍ (​ໃນ​ຂໍ້​ຕົກລົງ Minsk) ​ແມ່ນ​ຫຼັກການ​ກ່ຽວຂ້ອງ​ເຖິງ​ຂໍ້​ຕົກລົງ​ຢຸດ​ຍິງ. ທ່ານ​ຢືນຢັນ​ວ່າ​ຢູ​ແກຼນ ພຽງ​ແຕ່​ຖອນ​ທະຫານ​ອອກ​ເມື່ອ​ຝ່າຍ​ລັດ​ເຊຍ ກໍ່​ປະຕິບັດ​ການ​ຖອນ​ທະ​ຫານ​ອອກເຊັ່ນ​ດຽວ​ກັນ. ອຳນາດ​ການ​ປົກ​ຄອງ Kiev ກ່າວ​ຜູກ​ໂທດ​ນັກຮົບ​ລັດ​ເຊຍ​ໄດ້​ມີໜ້າ​ຢູ່ ຢູ​ແກຼນຕາ​ເວັນ​ອອກ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ມື​ປືນ​ຮຽກຮ້ອງ​​ຫັນ​ຢູ​ແກຼນ​ເປັນ​ສະຫະພັນ ​ແຕ່​ອຳນາດ​ການ​ປົກຄອງລັດ​ເຊຍ ຍາມ​ໃດ​ກໍ​ປະຕິ​ເສດ​ບັນຫາ​ນີ້./.






ຂ່າວ/ບົດ​ອື່ນ