ຢູແກຼນສະໜອງກົດລະບຽບພິເສດໃຫ້ບັນດາເຂດພາກກາງ

ຢູແກຼນສະໜອງກົດລະບຽບພິເສດໃຫ້ບັນດາເຂດພາກກາງ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ອຳນາດ​ການ​ປົກຄອງ​ສູນ​ກາງ​ຢູ​ແກຼນ ​ໄດ້​ສະໜອງ​ກົດ​ລະບຽບ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​​ພິ​ເສດໃຫ້​​​ເກືອ​ບ 30 ​ເຂດ​ຢູ່ 2 ​ແຂວງ Donetsk ​ແລະ Lugansk. ຕາມ​ຂໍ້ຕົກລົງຂອງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ ​ເພື່ອ​ແນ​ໃສ່​ປະຕິບັດ​ຂໍ້​ຕົກລົງ Minsk ​ທີ່​ໄດ້​ລົງ​ນາມເມື່ອ​ວັນ​ທີ 05/09/2014, ບົດ​ບັນທຶກ​ຊ່ວຍ​ຈຳ Minsk ​ເມື່ອ​ວັນ​ທີ 19/09/2014 ​ແລະ ມາດ​ຕະການ​ແກ້​ໄຂ​ໂດຍ​ສັງ​ເຂ​ບ​ໃນ​ວັນ​ທີ 12/02/2015, ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ວັນ​ທີ 17/02/2015, ກໍ່​ຄື​ຕາມ​ກົດໝາຍຂອງ​ຢູແກຼນ “ກ່ຽວ​ກັບ​ກົດ​ລະບຽບ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງພິ​ເສດຢູ່​ບາງ​ເຂດ​ຂອງ Donbass”. ບັນຊີ​ລາຍ​ຊື່​​ບັນດາ​ເຂດ​ທີ່ໄດ້ຊົມ​ໃຊ້ກົດ​ລະບຽບ​ພິ​ເສດນີ້ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ບັນດາ​ອົງການ​ນິຕິບັນຍັດ​ຢູ​ແກຼນ ​ໃນ​ວັນ​ທີ 17/03, ​ແຕ່​ວ່າ, ​ໃນ​​ເວລາ​ນັ້ນ ​ເລື່ອງ​ປະກາດ​ໃຊ້​ຖືກ​ໂຈະ​ໄວ້ຮອດ​​ເວລາ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ຢູ່​ເຂດ​ດັ່ງກ່າວ.
ຂ່າວ/ບົດ​ອື່ນ