ຢູແກຼນແລະIMFປຶກສາຫາລືກ່ຽວກັບບ້ວງເງິນໜູນຊ່ວຍ40ຕື້USD

ຢູແກຼນແລະIMFປຶກສາຫາລືກ່ຽວກັບບ້ວງເງິນໜູນຊ່ວຍ40ຕື້USD - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko
(ພາບ: AFP)

(vovworld) - ວັນ​ທີ 12/2, ຜູ້​ອຳ​ນວຍ​ການ​ໃຫຍ່ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ທ່ານ​ນາງ Christine Lagarde ໄດ້​ຖະ​ແຫຼງວ່າ: IMF ແລະ ຢູ​ແກຼນ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ໃຫ້​ແກ່ ກີ​ແອບ​ ທີ່​ມີ​ມູນ​ຄ່າ 40 ຕື້ USD ໃນ​ໄລ​ຍະ 4 ປີ, ໃນ​ນັ້ນ IMF ສະ​ໜອງ 17,5 ຕື້ USD. ແທນ​ທີນັ້ນ, ຢູ​ແກຼນ ຕ້ອ​ງ​ປະ​ຕິ​ຮູບ​ພື້ນ​ຖານ​ເສດ​ຖະ​ກິດຢ່າງ​ເລ​ິກ​ເຊິ່ງ ແລະ ກ້​ວາງ​ຂວາງ​ ແລ​ະ ​ສ້າງໂຄງ​ປະ​ກອບ​ກຸ່​ມ​ບໍ​ລິ​ສັດ​ ອາຍ​ແກັດ​ແຫ່ງ​ລັດ Naftogas ຄືນ​ໃໝ່​ເພື່ອ​ໄດ້​ຮັບ​ບ້ວງ​ເງິນນີ້. ກ່າວ​ຄຳ​ເຫັ​ນ​ທີ່ ບ​ຣຸກ​ແຊນ, ປະ​ເທດ​ແບ​ນ​ຊິກ, ຫົວ​ໜ້າ IMF, ເນັ້​ນ​ໜັກ​ວ່າ: ຄາດ​ວ່າ​ໃນ​ທ້າຍ​ເດືອນ 2 ນີ້, ຂໍ້​ຕົກ​ລົງ​ນີ້​ຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ຄະ​ນະ​ການ​ນຳ IMF ເພື່ອ​ພິ​ຈາ​ລະ​ນາ​, ໃຫ້​ສັດ​ຕະ​ຍາ​ບັນ. ນອກ​ຈາກ​ບ້ວງ​ສິນ​ເຊື່ອ 17,5 ຕື້ USD ແລະ IMF, ​ທີ່ສະ​ໜອງ​ ​ໃຫ້​ບ້ວງ​ໜູນ​ຊ່ວຍນີ້​ແມ່ນ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ, ກໍ່​ຄື​ບັນ​ດາ​ນັກ​ລົງ​ທຶນ​ພາກ​ເອ​ກະ​ຊົນ.


ຂ່າວ/ບົດ​ອື່ນ