ລູກຈະຫຼວດຍິງຖືກຖານທີ່ໝັ້ນດ້ານການທະຫານຂອງອາເມລິກາຢູ່ພາກເໜືອອີຣັກ

(VOVWORLD) -ວັນທີ 13 ກຸມພາ, ມີລູກຈະຫຼວດ Katyasha ລູກໜຶ່ງຍິງຖືກຖານທີ່ໝັ້ນດ້ານການທະຫານທີ່ມີທະຫານອາເມລິກາ ຕັ້ງຄ້າຍຢູ່ແຂວງ Kirkuk, ທາງພາກເໜືອອີຣັກ.

ລູກຈະຫຼວດຍິງຖືກຖານທີ່ໝັ້ນດ້ານການທະຫານຂອງອາເມລິກາຢູ່ພາກເໜືອອີຣັກ - ảnh 1 ມີລູກຈະຫຼວດ Katyasha ລູກໜຶ່ງຍິງຖືກຖານທີ່ໝັ້ນດ້ານການທະຫານທີ່ມີທະຫານອາເມລິກາ ຕັ້ງຄ້າຍຢູ່ແຂວງ Kirkuk

(ພາບ: Reuters)

ເຫດບຸກໂຈມຕີໄດ້ດຳເນີນໃນຕອນຄ່ຳ ເມື່ອລູກຈະຫຼວດນັ້ນຍິງຖືກຖານທີ່ໝັ້ນດ້ານການທະຫານ K1 ຢູ່ແຂວງ Kirkuk ແຕ່ບໍ່ກໍ່ຄວາມບາດເຈັບ.

          ເຫດບຸກໂຈມຕີຖືກດຳເນີນກົງກັບໂອກາດສະເຫຼີມສະຫຼອງ Arbaeen, 40 ວັນພາຍຫຼັງທີ່ນາຍພົນ Qassem Soleimani, ຜູ້ບັນຊາການກຳລັງ Quds ຂຶ້ນກັບກຳລັງພິປະຕິວັດອິດສະລາມອີຣານ ແລະ Abu Mahdi al Muhandis, ຮອງຜູ້ບັນຊາການຂອງກຳລັງເຄິ່ງທະຫານ Hashd Shaabi ຢູ່ອີຣັກ ທີ່ເສຍຊີວິດຍ້ອນເຮືອບິນບໍ່ມີຄົນຂັບຂອງອາເມລິກາ ບຸກໂຈມຕີ ຢູ່ໃກ້ກັບສະໜາມບິນສາກົນ Baghdad ເມື່ອໃນວັນທີ 03 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ