ລົງທຶນ80ຕື້ດົ່ງ“ພັດທະນາສາທາລະນະສຸກທະເລ,ໝູ່ເກາະຫວຽດນາມຮອດປີ2020”

ລົງທຶນ80ຕື້ດົ່ງ“ພັດທະນາສາທາລະນະສຸກທະເລ,ໝູ່ເກາະຫວຽດນາມຮອດປີ2020” - ảnh 1
ພາບປະກອບ

(​vovworld) – ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ຫາ​ກໍ່​ຮັບຮອງ​ເອົາ​ແຜ​ນການ​ຜັນ​ຂະຫຍາຍ​ແຜ​ນຮ່າງ “ພັດທະນາ​ສາທາລະນະ​ສຸກ​ທະ​ເລ, ໝູ່​ເກາະ ຫວຽດນາມ ຮອດ​ປີ 2020” ດ້ວຍ​ຈຳນວນ​ເງິນ​ກ່ວາ 80 ຕື້​ດົ່ງ. ​ແຜນ​ຮ່າງ​ເພື່ອ​ແນ​ໃສ່​ຈຸດໝາຍ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ ດ້ານສາທາລະນະ​ສຸກ ​ໃຫ້ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອຮັບປະກັນ​ໃຫ້​ປະຊາຊົນ ​ແລະ ກຳລັງ​ປະກອບ​ອາວຸດທີ່​ດຳ​​ລົງ​ຊີວິດ, ​ເຮັດ​ວຽກ​ຢູ່​ເຂດ​​ແຄມທະ​ເລ ​ແລະ ຢູ່ ​ເກາະ ກູ່​ລາວ​ຈາມ, ​ແຂວງ ກວາງ​ນາມ.

    ຕາມ​ນັ້ນ​ແລ້ວ, ​ແຜນ​ຮ່າງ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ 27 ຕາ​​ແສງ, ​ເທດສະບານ​ແຄມ​ທະ​ເລ​ສັງ​ກັດ 6 ​ເມືອງ, ນະຄອນ​ແຄມ​ທະ​ເລ​ຂອງ​ແຂວງ ກວາງ​ນາມ. ກ່ອນ​ອື່ນ​ໝົດ, ​ໃນ​ປີ​ນີ້, ຈະ​ດຳ​ເນີນ​ການ​ສ້ອມ​ແປງ​ຍົກ​ລະດັບສຸກສາລາ​ ຢູ່​ກູ່​ລາວ​ຈາມ ​ໃຫ້ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ດຳ​ເນີນ​ການ​ຜ່າ​ຕັດ…​ ຊາວ​ປະມົງ ກວາງ​ນາມ 100% ​ໄດ້ຝຶກ​ອົບຮົມ​ຄວາມ​ຮູ້ຊັ້ນ​ຕົ້ນ​ກ່ຽວ​ກັບ​ການ​ພະຍາບານ​ສຸກ​ເສີນ ​ແລະ ປິ່ນປົວ​ພະຍາດທົ່ວ​ໄປ.


ຂ່າວ/ບົດ​ອື່ນ