ລົງທຶນພັດທະນາເມືອງເກາະຟຸ໋ກວກແມ່ນກຳລັງໜູນປະກອບສ່ວນຊຸກຍູ້ເສດຖະກິດສັງຄົມຂອງທ້ອງຖິ່ນ

ລົງທຶນພັດທະນາເມືອງເກາະຟຸ໋ກວກແມ່ນກຳລັງໜູນປະກອບສ່ວນຊຸກຍູ້ເສດຖະກິດສັງຄົມຂອງທ້ອງຖິ່ນ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ກຽນ​ຢາງ)



(vovworld) – ​ວັນ​ທີ 18/03, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ກຽນ​ຢາງ ກ່ຽວ​ກັບການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ; ວຽກ​ງານ​ປ້ອງ​ກັນ​ຕ້ານ​ການຄ້າ​ເຖື່ອ​ນ, ສໍ້​​ໂກງ​ການ​ຄ້າ; ປ້​ອງກັນ​, ຕ້ານ​ອາດຊະຍາ​ກຳ; ປະຕິ​ຮູບລະບຽບ​ການບໍລິຫານ​ປີ 2014 ​ແລະ 2 ​ເດືອນ​ຕົ້ນ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ​ກຽນ​ຢາງ ຕ້ອງ​ປ່ຽນ​ໃໝ່ຈີນ​ຕະນາ​ການ​ໃນ​ການ​ປະຕິ​ບັດ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ຂະ​ແໜງ, ອາຊີບ​ຜະລິດ, ຮູບ​ແບບ​ການ​ລົງທຶນ… ຄືນ​ໃໝ່. ຂົງ​ເຂດ​ກະສິກຳຂອງ​ແຂວງຕ້ອງ​ເອົາ​ໃຈ​ໃສ່​ເພີ່ມ​ກຳລັງ​ແກ່ງ​ແຍ້ງຂອງ​ຜະລິດ​ຕະພັນກະ​ເສດ ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໂດຍ​ສະ​ເພາະ​​ແມ່ນ​ເພື່ອ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ທ້າຍ​ປີ 2015; ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ກໍ່ສ້າງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢ່າງ​​ໄວ, ມີ​ປະສິດທິ​ຜົນ​. ທ່ານ​ຮອງ​ນາຍົກລັດຖະມົນຕີ ​​ຕັກ​ເຕືອນ​​ແຂວງ​ກຽນ​ຢາງ ຕ້ອງ​ກຳນົດ​ການ​ລົງທຶນ​ພັດທະນາ​ຟຸ໋ກວກ ​​ເປັນ​ກຳລັງ​ໜູນ, ສ້າງ​ກຳລັງ​ແຮງ​ພາຍ​ໃນ​ປະກອບສ່ວນ​ພັດ​ທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖີ່​ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ຮຽກ​ຮ້ອງ​ການ​ນຳ​ແຂວງ​ກຽນ​ຢາງ ຊີ້​ນຳ​ການ​ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ບັນດາ​ອາດຊະຍາ​ກຳໃນ​ສະພາບ​ການ​ໃໝ່ ​ເພື່ອ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ​​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ