ພິທີລົງມືກໍ່ສ້າງເຮືອນຢູ່ໝູ່ບ້ານຊາວໜຸ່ມເຂດຊາຍແດນ
ຫວຽດນາມ - ລາວ
(ພາບ: Công Tường/Vietnam+)
|
(vovworld) - ວັນທີ 8/4, ຢູ່ໝູ່ບ້ານມິດຕະພາບຊາວໜຸ່ມເຂດຊາຍແດນລາວ - ຫວຽດນາມ, ເມືອງຄຳເກີດ, ແຂວງບໍລິຄຳໄຊ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ກຸ່ມບໍລິສັດຢາງພາລາຫວຽດນາມ, ຈັດຕັ້ງພິທີ ລົງມືກໍ່ສ້າງເຮືອນຢູ່ໃນໝູ່ບ້ານຊາວໜຸ່ມເຂດຊາຍແດນຫວຽດນາມ - ລາວ ແລະ ຜັນຂະຫຍາຍເຂດສະແດງເຕັກນິກກະສີກຳ, ປ່າໄມ້. ເລື່ອງສ້າງຕັ້ງໝູ່ບ້ານຊາວໜຸ່ມ ແລະ ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ ເພື່ອແນໃສ່ເຕົ້າໂຮມ ຮັບເອົາບັນດາຄອບຄົວຊາວໜຸ່ມມາດຳລົງຊີວິດ, ກໍ່ຮ່າງສ້າງຕົວໃນໄລຍະຍາວຂອງໂຄງການ, ເປັນແກ່ນສານພັດທະນາເສດຖະກິດສັງຄົມ, ກໍ່ສ້າງເຂດຊຸມຊົນໃໝ່ພັດທະນາແບບຍືນຍົງ. ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ໝູ່ບ້ານມິດຕະພາບຊາວໜຸ່ມເຂດຊາຍແດນລາວ - ຫວຽດນາມ, ມີເນື້ອທີ່ 1.000 ກວ່າເຮັກຕາ, ດ້ວຍຍອດມູນຄ່າເກືອບ 60 ຕື້ດົ່ງ, ເລີ່ມຜັນຂະຫຍາຍແຕ່ປີ 2012 ແລະ ໄດ້ເປີດສະຫຼອງນຳເຂົ້າໃຊ້ການເມື່ອປີ 2014. ໝູ່ບ້ານມິດຕະພາບຊາວໜຸ່ມເຂດຊາຍແດນລາວ - ຫວຽດນາມ ເພື່ອແນໃສ່ດຶງດູດ, ຮັບເອົາບັນດາຄອບຄົວຊາວໜຸ່ມລາວກໍ່ຮ່າງສ້າງຕົວໃນໄລຍະຍາວ, ເປັນແກ່ນສານພັດທະນາເສດຖະກິດ. ປະຈຸບັນ, ກຸ່ມບໍລິສັດຢາງພາລາຫວຽດນາມ ປູກຢາງພາລາໃໝ່ໄດ້ 400 ເຮັກຕາ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຊາວໜຸ່ມລາວ.