ລັດ Sachen – Anhalt (ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ເຢຍ​ລະ​ມັນ) ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ ຢູ່ ຫວຽດ​ນາມ

(VOVWORLD) - ວັນທີ 5 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຄະນະສະມາຊິກລັດຖະສະພາ ລັດ Sachen – Anhalt, ສາທາລະນະລັດ ສະຫະພັນ ເຢຍລະມັນ ໄດ້ມີການເຮັດວຽກ ແລະ ສຳຫຼວດການທ່ອງທ່ຽວແຂວງ ກ໋ວາງນິງ, ແລະຢາກເປີດກ້ວາງການຮ່ວມມືໃນຂົງເຂດການທ່ອງທ່ຽວ.
ລັດ Sachen – Anhalt (ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ເຢຍ​ລະ​ມັນ) ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ ຢູ່ ຫວຽດ​ນາມ - ảnh 1

ທ່ານ ດັ່ງຮູຍເຮົ້າ ມອບຂອງຂວັນ ແລະ ແນະນຳກ່ຽວກັບການທ່ອງທ່ຽວອ່າວຫະລອງ ໃຫ້ແກ່ ຄະນະສະມາຊິກລັດຖະສະພາ ລັດ Sachen – Anhalt (ພາບ: truyenhinhdulich.vn)

ພາຍຫຼັງຮັບຟັງການແນະນຳກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການຂຸດຄົ້ນການທ່ອງທ່ຽວຂອງ ກ໋ວາງນິງ, ຄະນະສະມາຊິກລັດຖະສະພາ ລັດ Sachen - Anhalt, ໄດ້ສະແດງຄວາມສົນໃຈເປັນພິເສດຕໍ່ມໍລະດົກທຳມະຊາດໂລກອ່າວຫະລອງ ແລະ ບັນດາຜະລິດຕະພັນການທ່ອງທ່ຽວໃຫມ່, ລະດັບສູງ, ການທ່ອງທ່ຽວເຂົ້າຮ່ວມພຶດຕະກຳຕົວຈິງຢູ່ໝູ່ບ້ານຊົນນະບົດຂອງແຂວງ ກ໋ວາງນິງ. ທ່ານ Daniel Sturm, ຫົວໜ້າຄະນະປະຕິບັດງານ ຖືວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງເພື່ອຮ່ວມມືກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທຳ. ຄະນະສະມາຊິກລັດຖະສະພາ ກໍ່ຢາກແລກປ່ຽນບົດຮຽນໃນການພັດທະນາການທ່ອງທ່ຽວ, ກໍ່ສ້າງແຫຼ່ງຊັບພະຍາກອນ ມະນຸດທີ່ມີຄຸນນະພາບສູງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ