ລັດ Zacatecas ຂອງແມັກຊີໂກ ຢາກເພີ່ມທະວີການຮ່ວມມື ກັບ ຫວຽດນາມ

(VOVWORLD) - ໃນການຢ້ຽມຢາມ ລັດ Zacatecas, ແມັກຊີໂກ, ແຕ່ວັນທີ 25-28 ພຶດສະພາ, ທ່ານ ເລລິງລານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແມັກຊີໂກ ໄດ້ມີການພົບປະກັບ ຜູ້ວ່າການລັດ Zacatecas  ແລະ ເຈົ້າຄອງນະຄອນ Zacatecas

ລັດ Zacatecas ຂອງແມັກຊີໂກ ຢາກເພີ່ມທະວີການຮ່ວມມື ກັບ ຫວຽດນາມ - ảnh 1ທ່ານ ເລລິງລານ ພົບປະກັບ ຜູ້ວ່າການລັດ Zacatecas (ພາບ: ຫວຽດນາມ+) 

ທີ່ການພົບປະ, ທ່ານ ເລລິງລານ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ແນະນຳບັນດາຜົນສຳເລັດກະໂດດຂັ້ນ ກ່ຽວກັບດ້ານເສດຖະກິດ, ສັງຄົມ ທີ່ຫວຽດນາມບັນລຸໄດ້ໃນກວ່າ 30 ປີ ແຫ່ງການປ່ຽນແປງໃໝ່, ກໍ່ຄືບົດບາດ, ທີ່ຕັ້ງ ຂອງ ຫວຽດນາມ ນັບມື້ນັບມີຄວາມສຳຄັນຢູ່ພາກພື້ນ ແລະ ສາກົນ. ທ່ານເອກອັກຄະລັດຖະທູດ ມີຄວາມເຊື່ອໝັ້ນວ່າກອງປະຊຸມສຸດຍອດ APEC 2017 ຈັດຕັ້ງຢູ່ນະຄອນດ່ານັ້ງ, ສສ ຫວຽດນາມ, ຈະເພີ່ມທະວີການຮ່ວມມື ລະຫວ່າງ ບັນດາປະເທດພາກພື້ນອາຊີ-ປາຊີຟິກ, ໃນນັ້ນມີຫວຽດນາມ ແລະ ແມັກຊີໂກ. ການເຂົ້າຮ່ວມຂອງ ແມັກຊີໂກຈະປະກອບສ່ວນໃຫ້ຜົນສຳເລັດລວມຂອງເວທີປາໄສ.

        ສ່ວນ, ວົງການເຈົ້າໜ້າທີ່  ລັດ Zacatecas ແລະ ນະຄອນ Zacatecas ຢືນຢັນຄວາມປາຖະໜາຢາກເພີ່ມທະວີການຮ່ວມມືໃນທຸກຂົງເຂດ ກັບບັນດາທ້ອງຖິ່ນຂອງຫວຽດນາມ, ປະກອບສ່ວນຊຸກຍູ້ ແລະ ປັບປຸງການພົວພັນ ລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ