ລັດຈະສ້າງທຸກເງື່ອນໄຂດີທີ່ສຸດເພື່ອໜູນຊ່ວຍຊາວປະມົງຕິດພັນກັບທະເລ

ລັດຈະສ້າງທຸກເງື່ອນໄຂດີທີ່ສຸດເພື່ອໜູນຊ່ວຍຊາວປະມົງຕິດພັນກັບທະເລ - ảnh 1
ພາບປະກອບ

(vovworld) – “ຮ່ວມ​ແຮງ​ຮ່ວມ​​ໃຈ​ພ້ອມ​ກັບ​ຊາວ​ປະມົງ​ຕິດ​ພັນ​ກັບ​ທະ​ເລ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​​ດ້ານ​ເສດຖະກິດ, ການ​ເມືອງ - ສັງ​ຄົມ, ສະຖຽນ​ລະ​ພາບ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​” ​ນັ້ນແມ່ນ​ສານ​ຕົ້ນຕໍຂອງ​ລາຍການ​ຮັບປະກັນ​ຊີວິດ​ສັງຄົມ “ບົດ​ເພງ​ວິລະ​ຊົນ​​ແຫ່ງ​ທະ​ເລ”. ​ໂດຍ​ທະ​ນາຄາ​ນ​ແຫ່ງ​ລັດ ຫວຽດນາມ ສົມທົບ​ກັບ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ອຸດສາຫະກຳ ການ​ຄ້າ ຫວຽດນາມ (Viettinbank) ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຫງາຍ ຈັດ​ຕັ້ງ​ໃນ​ຕອນ​ຄ​ຳ່ວັນ​ທີ 7/3, ຢູ່​ແຂວງ ກວາງ​ຫງາຍ.

        ກ່າວ​ຄຳ​ເຫັນ​ໄຂ​ລາຍ​ການ, ຜູ້​ວ່າການ​ທະນາຄານ​​ແຫ່ງ​ລັດ ຫວຽດນາມ ຫງວຽນ​ວັນ​ບີ່​ງ, ​ເນັ້ນ​ໜັກ​ວ່າ:

        “ຂະ​ແໜງ​ທະນາຄານ​ໃຫ​້ຄ​ຳໝັ້ນ​ສັນຍາ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາວ​ປະມົງ, ສືບ​ຕໍ່​ສະຫງວນ​ແຫຼ່ງ​ທຶນ​ບຸລິມະສິດ​ເພື່ອ​ໃຫ້​ຊາວ​ປະມົງ​ປະຕິບັດ​​ໄຝ່ຝັນ​ຢາກ ຕໍ່​ກຳ່​ປັ່ນ​ຂະໜາດ​ໃຫຍ່ ​ເພື່ອ​​ໄປຫາ​ປາ​ໄກ​ຝັ່ງ, ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ຕົນ​ເອງ ​ແລະ ປະ​ເທດ​ຊາດ. ພ້ອມ​ທັງ​ເພີ່ມ​ທະວີ​ທ່າ​ຮົບ​ດ້ານ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ບົນ​ທະ​ເລ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ, ​​ເຂດ​ນ່ານທະ​ເລ​ຂອງ​ປະ​ເທດ​ຊາດຢ່າງ​ໝັ້ນຄົງ.”

        ​ເນື່ອງ​​ໃນ​ໂອກາດ​ນີ້, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ຫງວຽນ​ວັນ​ບີ່​ງ ​ໄດ້​ມອບ​ເຄື່ອງ​​ຕິດ​ຕໍ່​ພົວພັນ 735 ​ເຄື່ອງ, ດ້ວຍ​ມູນ​ຄ່າ​ເກືອບ 21 ຕື້​ດົ່ງ​ໃຫ້​ 28 ​ແຂວງ, ນະຄອນ​ແຄມ​ທະ​ເລ


ຂ່າວ/ບົດ​ອື່ນ