ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​​ເອົາ​ໃຈໃສ່​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປົກ​ປັກ​ຮ​ັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນປັດໄຈທີ່ຂາດບໍ່ໄດ້ສຳລັບການຄົງຕົວ ແລະ ພັດທະນາຂອງມະນຸດ ກໍຄື ການພັດທະນາແບບຍືນຍົງຂອງປະເທດຊາດ. 
ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​​ເອົາ​ໃຈໃສ່​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປົກ​ປັກ​ຮ​ັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງຄົບຮອບ 20 ປີ (ພາບ: TTXVN)

ຕອນເຊົ້າວັນທີ 05 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງຄົບຮອບ 20 ປີ (05/08/2002 - 05/08/2022). ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປອວຍພອນ. ໃນຈົດໝາຍ, ທ່ານໄດ້ເນັ້ນໜັກວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນ ບັນຫາຊັບພະຍາກອນທຳມະຊາດໝົດກ້ຽງ, ການປ່ຽນແປງຂອງດິນຟ້າອາກາດ, ການຊຸດໂຊມຂອງລະບົບຊີວະພາບທຳມະຊາດ… ດັ່ງນັ້ນ, ສະເໜີໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈົ່ງເປັນເຈົ້າການໃນການພະຍາກອນ, ເປັນເສນາທິການ, ຜັນຂະຫຍາຍມາດຕະການຕ່າງໆເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ໄພທຳມະຊາດ, ໂລກລະບາດໄດ້ຢ່າງທັນການ ແລະ ມີປະສິດທິຜົນ; ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ; ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມຕ່າງໆຂອງທົ່ວໂລກ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນປັດໄຈທີ່ຂາດບໍ່ໄດ້ສຳລັບການຄົງຕົວ ແລະ ພັດທະນາຂອງມະນຸດ ກໍຄື ການພັດທະນາແບບຍືນຍົງຂອງປະເທດຊາດ. ສະນັ້ນ, ໃນໄລຍະຈະມາເຖິງ, ທ່ານສະເໜີໃຫ້ກະຊວງສືບຕໍ່ຂຸດຄົ້ນບັນດາແຫຼ່ງກຳລັງຊັບພະຍາກອນທຳມະຊາດໃຫ້ພັດທະນາຢຸດສຸດຂີດ ແລະ ປົກປັກຮັກສາສະພາບແວດລ້ອມດຳລົງຊີວິດປອດໄພໃຫ້ປະຊາຊົນ. ນອກຈາກນັ້ນແລ້ວ, ກໍຕ້ອງຍູ້ແຮງການຫັນເປັນດີຈີຕອນ, ຍົກສູງປະສິດທິຜົນໃນວຽກງານຄຸ້ມຄອງ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດ; ຜັນຂະຫຍາຍການນຳກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມເຂົ້າການດຳລົງສູ່ຊີວິດຕົວຈິງ; ເພີ່ມທະວີການລະດົມແຫຼ່ງກຳລັງໃນສັງຄົມ ເພື່ອຫັນລະບົບເຄືອຂ່າຍອຸຕຸນິຍົມອຸທົກກະສາດເປັນທັນສະໄໝ…

ຕອບກັບ

ຂ່າວ/ບົດ​ອື່ນ