ລັດຖະບານ ຫວຽດນາມ ນຳໃຊ້ OECD ຍົກເລີກເງື່ອນໄຂດຳເນີນທຸລະກິດ

(VOVWORLD) - ຕາມຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລ້ວ, ໃນຈຳນວນ 243 ຂະແໜງອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂນັ້ນ, ປະຈຸບັນ, ມີກ່ວາ 5.700 ເງື່ອນໄຂດຳເນີນທຸລະກິດ. 
ລັດຖະບານ ຫວຽດນາມ ນຳໃຊ້ OECD ຍົກເລີກເງື່ອນໄຂດຳເນີນທຸລະກິດ - ảnh 1ພາບປະກອບ 

ລັດຖະບານ ຫວຽດນາມ ຫາກໍ່ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບປະຕິບັດການກວດກາບັນດາເງື່ອນໄຂດຳເນີນທຸລະກິດຕາມຫຼັກການຕະຫຼາດຂອງ OECD (ອົງການການຮ່ວມມື ແລະ ພັດທະນາທາງດ້ານເສດຖະກິດ), ເຊິ່ງລວມມີ: ອາເມລິກາ, ການາດາ ແລະ ບັນດາປະເທດ ເອີລົບຕາເວັນອອກ, ສະເໜີຍົກເລີກບັນດາເງື່ອນໄຂຈຳກັດການແກ່ງແຍ້ງ, ລາຍງານຕໍ່ລັດຖະບານກ່ອນເດືອນທັນວາ ປີ 2017. ຕາມຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລ້ວ, ໃນຈຳນວນ 243 ຂະແໜງອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂນັ້ນ, ປະຈຸບັນ, ມີກ່ວາ 5.700 ເງື່ອນໄຂດຳເນີນທຸລະກິດ. ໃນນັ້ນ, ຫຼາຍທີ່ສຸດແມ່ນກະຊວງອຸດສາຫະກຳ ການຄ້າດ້ວຍ 27 ຂະແໜງອາຊີບ (1.220 ເງື່ອນໄຂດຳເນີນທຸລະກິດ), ກະຊວງກໍ່ສ້າງຢ່າງໜ້ອຍສຸດມີ 17 ຂະແໜງອາຊີບ (106 ເງື່ອນໄຂດຳເນີນທຸລະກິດ), ຫຼາຍ ເງື່ອນໄຂດຳເນີນທຸລະກິດບໍ່ເໝາະສົມ, ບໍ່ຈຳເປັນ, ກໍ່ຄວາມກີດຂວາງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງພິຈາລະນາ, ສັງລວມ, ລາຍງານຕໍ່ນາຍົກລັດຖະມົນຕີກ່ອນວັນທີ 25 ສິງຫາ, ໃນນັ້ນ ສະເໜີວິທີການແກ້ໄຂລະອຽດ, ສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາການຜະລິດ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ