ລັດຖະບານ ຫວຽດນາມ ສືບຕໍ່ຈັດຖ້ຽວບິນເພື່ອນຳສົ່ງພົນລະເມືອງຈາກພາກເໜືອລັດ Shan, ປະເທດ ມຽນມາ ກັບເມືອປະເທດໂດຍບໍ່ເກັບຄ່າ

(VOVWORLD) - ຮອດປະຈຸບັນ, ລັດຖະບານໄດ້ຈັດທັງໝົດ 9 ຖ້ຽວບິນ, ນຳສົ່ງພົນລະເມືອງກ່ວາ 1.000 ຄົນຈາກພາກເໜືອລັດ Shan, ປະເທດມຽນມາ ກັບເມືອ ຫວຽດນາມ.
ລັດຖະບານ ຫວຽດນາມ ສືບຕໍ່ຈັດຖ້ຽວບິນເພື່ອນຳສົ່ງພົນລະເມືອງຈາກພາກເໜືອລັດ Shan, ປະເທດ ມຽນມາ ກັບເມືອປະເທດໂດຍບໍ່ເກັບຄ່າ - ảnh 1ລັດຖະບານໄດ້ຈັດທັງໝົດ 9 ຖ້ຽວບິນ, ນຳສົ່ງພົນລະເມືອງກ່ວາ 1.000 ຄົນຈາກພາກເໜືອລັດ Shan
(ພາບ:dangcongsan.vn)

ໂດຍສືບຕໍ່ບັນດາຄວາມມານະພະຍາຍາມໃນການປົກປ້ອງພົນລະເມືອງຢູ່ທາງພາກເໜືອປະເທດ ມຽນມາ, ໃນລະຫວ່າງວັນທີ 5 – 6 ທັນວາ, ກະຊວງການຕ່າງປະເທດ ພ້ອມກັບກະຊວງຕຳຫຼວດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ຢູ່ທ້ອງຖິ່ນໄດ້ຈັດຕື່ມອີກ 6 ຖ້ຽວບິນ, ເພື່ອນຳສົ່ງພົນລະເມືອງກັບເມືອປະເທດ. ຮອດປະຈຸບັນ, ລັດຖະບານໄດ້ຈັດທັງໝົດ 9 ຖ້ຽວບິນ, ນຳສົ່ງພົນລະເມືອງກ່ວາ 1.000 ຄົນຈາກພາກເໜືອລັດ Shan, ປະເທດມຽນມາ ກັບເມືອ ຫວຽດນາມ. ນີ້ລ້ວນແຕ່ແມ່ນບັນດາຖ້ຽວບິນໂດຍລັດຖະບານຮັບຜິດຊອບດ້ານລາຍຈ່າຍທັງໝົດ. ຄຽງຄູ່ກັນນັ້ນ, ໂດຍປະຕິບັດແຜນນະໂຍບາຍມະນຸດສະທຳ ແລະ ນ້ຳໃຈສາມັກຄີສາກົນ, ຫວຽດນາມ ກໍ່ໄດ້ໃຫ້ການຊ່ວຍເຫຼືອ ອີຢິບ, ມາເລເຊຍ ແລະ ສິງກະໂປ ນຳສົ່ງພົນລະເມືອງບັນດາປະເທດນີ້ອອກຈາກ ມຽນມາ, ໄປເຖິງເຂດປອດໄພ.

        ຕາມສະຖານທູດ ຫວຽດນາມ ປະຈຳ ມຽນມາແລ້ວ, ປະຈຸບັນ, ຍັງມີບຸກຄົນຈຳນວນໜຶ່ງທີ່ໄດ້ຮັບຖືວ່າແມ່ນພົນລະເມືອງ ຫວຽດນາມ ພວມຕິດຄ້າງຢູ່ທາງພາກເໜືອປະເທດ ມຽນມາ ຍ້ອນສະພາບການປະທະກັນຢູ່ແຫ່ງນີ້.

    ໃນກໍລະນີຕ້ອງໄດ້ຮັບການຊ່ວຍເຫຼືອ, ສະເໜີໃຫ້ພົນລະເມືອງ ຫວຽດນາມ ຕິດຕໍ່ພົວພັນຕາມໂທລະສັບສາຍດ່ວນ, ປົກປ້ອງພົນລະເມືອງ:

-     ສະຖານທູດ ຫວຽດນາມປະຈຳ ມຽນມາ: +959660888998

-     ເບີໂທລະສັບປົກປ້ອງພົນລະເມືອງຂອງກົມກົງສູນ, ກະຊວງການຕ່າງປະເທດ ຫວຽດນນາມ: + 84 981 84 84 84; +84 965 41 11 18. ອີເມວ: baohocongdan@gmail.com

ຕອບກັບ

ຂ່າວ/ບົດ​ອື່ນ